ຊາປາ,ໂຮ້ຍອານແລະອ່າວຮ້າລອງໄດ້ຮັບການຄັດເລືອກເປັນສະຖານທີ່ທ່ອງທ່ຽວງາມກວ່າໝູ່ຢູ່ອາຊີ
ນາຂັ້ນໄດຢູ່ ຊາປາ
|
(vovworld)- ວາລະສານ Conde Nast Traveler ຂອງອາເມລິກາ ຫາກໍຄັດເລືອກ ແລະ ປະກາດບັນຊີລາຍຊື່ 50 ສະຖານທີ່ທ່ອງທ່ຽວງາມກວ່າໝູ່ຢູ່ ອາຊີ, ໃນນັ້ນ ມີສະຖານທີ່ທ່ອງທ່ຽວ 3 ແຫ່ງຂອງຫວຽດນາມຄື: ຊາປາ, ໂຮ້ຍອານ ແລະ ອ່າວຮ້າລອງ. ຈັດອັນດັບທີ 36, 37, 38 ຕາມລຳດັບໃນບັນຊີລາຍຊື່, ຊາປາ, ໂຮ້ຍອານ ແລະ ອ່າວຮ້າລອງ ຂອງຫວຽດນາມ ໄດ້ຮັບການເຊີດຊູ ແມ່ນບັນດາສະຖານທີ່ທ່ອງທ່ຽວງາມກວ່າໝູ່ຢູ່ ອາຊີ ຊື່ງນັກທ່ອງທ່ຽວຄວນແວ່ຢາມ. ວາລະສານດັ່ງກ່າວຕີລາຄາວ່າ: ເທດສະບານ ຊາປາ ແມ່ນສະຖານທີ່ທ່ອງທ່ຽວຈັບອົກຈັບໃຈ ດ້ວຍອາກາດປອດໂປ່ງ ເຢັນສະບາຍ ເຕັມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ. ໂດຍແມ່ນສະຖານທີ່ທ່ອງທ່ຽວໄດ້ຈັດເຂົ້າບັນຊີລາຍຊື່ບັນດາສະຖານທີີ່ທ່ອງທ່ຽວຈັບອົກຈັບໃຈໂດຍບັນດາຫນ້າເວັບທ່ອງທ່ຽວທີ່ມີຊື່ສຽງຄັັດເລືອກເປັນຫລາຍຄັ້ງແລ້ວ, ໂຮ້ຍອານ ແຂວງ ກວ໋າງນາມ ແມ່ນນະຄອນເກົ່າ ຍັງຄົງຮັກສາຄວາມງາມແບບດັ້ງເດີມໄວ້ໄດ້ ແລະ ຍາມໃດກໍແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ. ສ່ວນອ່າວຮ້າລອງ ແຂວງກວາງນີງ, ກໍ່ແມ່ນສະຖານທີ່ໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດໂລກເປັນຫລາຍເທື່ອແລ້ວ ແລະ ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ ຍ້ອນມີເກາະໃຫຍ່ນ້ອຍນັບພັນແຫ່ງ ສ້າງເປັນທັດສະນີສະພາບສວຍງາມບົນທະເລ.
|