ຊາວ ປາກິດສະຖານ ຮຽກຮ້ອງລັດຖະບານຢຸດຕິການພົວພັນແບບພັນທະມິດ ກັບ ອາເມລິກາ

ຊາວ ປາກິດສະຖານ ຮຽກຮ້ອງລັດຖະບານຢຸດຕິການພົວພັນແບບພັນທະມິດ ກັບ ອາເມລິກາ - ảnh 1
(ພາບ: AP)

ວັນ​ທີ 28/11, ປະຊາຊົນ ປະກິດ​ສະຖານ ຮຽກຮ້ອງ​ລັດຖະບານ​ປະ​ເທດ​ນີ້​ຢຸດຕິ​ການ​ພົວພັນ​​ແບບພັນ​ທະ​ມິດ ກັບ ອາ​ເມ​ລິ​ກາ​ ​ແລະ ຖອນ​ອອກ​ຈາກ​ບັ້ນ​ຮົບ​ຕ້ານ Al Qaeda, ​ເພື່ອ​ຄັດຄ້ານ​ການ​ບຸກ​ໂຈມ​ຕີຂອງ ນາ​ໂຕ ​ເມື່ອ​ວັນ​ທີ 26/11 ອັນ​ໄດ້​ເຮັດ​ໃຫ້ ນັກຮົບປາ​ກິດ​ສະຖານ 24 ຄົນ​ຖືກ​ເສຍ​ຊີວິດ. ປະຊາຊົນ​ທຸກ​ຊັ້ນ​ວັນນະເປັນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ສັງຄົມ ຄື: ທະ​ນາຍ​ຄວາມ, ນັກ​ທຸລະ​ກິດ ​ແລະ ນັກ​ສຶກສາ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງຢູ່​ບັນດາ​ນະ​ຄອນ​ໃຫຍ່​ຂອງ ປາ​ກິດ​ສະຖານ​ເພື່​ອຄັດຄ້ານ ອາ​​ເມ​ລິ​ກາ.

        ກໍ່​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ຕອບ​ສຳພາດ​ຂອງ CNN, ທ່ານ​ນາ​ຍົກ​ລັດຖະມົນຕີ ​ປາ​ກິດ​ສະຖານ Yousuf Raza Gilani ​ໄດ້​ຊີ້​ແຈງ​ວ່າ: ປາ​ກິດ​ສະຖານ​ຈະ​ຕີ​ລາຄາ​ຄືນ​ບັນດາ​ສັນຍາ​ກັບ ນາ​ໂຕ ​ແລະ ກຳລັງ​ໜູນ​ຊ່ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ​ຢູ່ ອາບ​ກາ​ນິດ​ສະຖານ (ຫຼື ISAF) ພ້ອມ​ກັນ​ນັ້ນ, ການ​ພົວພັນ​ກັບ ອາ​ເມ​ລິ​ກາ​ກໍ່​ສາມາດ​ສືບ​ຕໍ່​ໄດ້​ຖ້າ​ຫາກ​ມີ​ຄວາມ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດລວ​ມ.

ຂ່າວ/ບົດ​ອື່ນ