ຊາວ ຫວຽດນາມ ຢູ່ ສະວິດ ອວາຍໜ້າເມືອຫາກົກເຂົ້າເຫງົ້າກໍ່

ຊາວ ຫວຽດນາມ ຢູ່ ສະວິດ ອວາຍໜ້າເມືອຫາກົກເຂົ້າເຫງົ້າກໍ່ - ảnh 1ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ວັນ​ທີ 22/4, ຄະ​ນະ​ປະ​ຕິ​ບັດ​ງານ​ ຫວຽດ​ນາມ ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ການ​ຄ້າ​ໂລກ (WTO) ແລະ ບັນ​ດາ​ອົງ​ການ​ສາ​ກົນ​ອື່ນໆ​ຢູ່ ເຊີ​ແນວ (ປະ​ເທດ​ສະ​ວິດ) ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ “​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ ຢູ່ ສະ​ວິດ ກັບ​ປະ​ເທດ​ຊາດ”. ບັນ​ດາ​ນັກ​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ ໄດ້​ນຳ​ມາ​ໃຫ້​ການ​ໂອ້​ລົ​ມ​ສົນ​ທະ​ນາ​ບັນ​ດາ​ບົດ​ທາບ​ທາມ​ຄວາມ​ເຫັນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ເສດ​ຖະ​ກິດ​ການ​ເງິນ ແລະ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ກໍ່​ຄື​ໄຈ້​ແຍກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ບົດ​ບາດ, ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​​ປັນ​ຍາ​ຊົນ​ພວມ​ເຮັດ​ວຽກ​ໃນ​ບັນ​ດາ​ອົງ​ການ​ສາ​ກົນ​ຢູ່ ເຊີ​ແນວ.

        ກ່າວ​ຄຳ​ເຫັນ​ສະ​ຫລຸ​ບ​ການ​ໂອ້​ລົ​ສົນ​ທະ​ນາ, ທ່ານ ເຢືອງ​ຈີ໋​ຢູ້ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ຮັບ​ຮອງ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຂອງ​ບັນ​ດາປັນ​ຍາ​ຊົນ, ໃນ​ນັ້ນ​ມີ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກົນ​ໄກ​ປະ​ຈຳ​ຮ່ວມ​ສຳ​ພັນ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່​ສະ​ວິດ. ມຸ່ງ​ໄປ​ເຖິງ​ການ​ເຊື່ອມ​ຕໍ່ ແລະ ຊຸກ​ຍູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຖັນ​ແຖວ​​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່ ສະ​ວິດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງ​ຈີ໋​ຢູ້ງ ສະ​ເໜີ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນຄວນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ປະ​ຈຳ, ຄະ​ນະ​ປະ​ຕິ​ບັດ​ງານ ແລະ ສະ​ຖານ​ທູດ ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນ​ດາ​​ປັນ​ຍາ​ຊົນ​ປະ​ກອບ​ສ່ວນ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ປະ​ເທດ​ຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ