ຊາວ ອີຣານ 153 ຄົນຖືກເສຍຊີວິດ ໃນເຫດແຜ່ນດິນໄຫວ 2 ຄັ້ງ
ຜູ້ຮັບບາດເຈັບພວມໄດ້ຮັບການປິນປົວ
(vovworld) - ກະຊວງພາຍໃນ ອີຣານ ໃຫ້ຮູ້ວ່າ: ເຫດແຜ່ນດິນໄຫວ 2 ຄັ້ງເກີດຂຶ້ນໃນຕອນບ່າຍວັນທີ 11/8 ໄດ້ທຳລາຍໝູ່ບ້ານຫຼາຍແຫ່ງ ຢູ່ເຂດຕາເວັນຕົກສ່ຽງເໜືອຂອງປະເທດນີ້, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 153 ຄົນ ແລະ ຜູ້ຮັບປາດເຈັບ 700 ຄົນ. ຕາມອົງການສຳຫຼວດທໍລະນີ ຂອງ ອາເມລິກາແລ້ວ, ເຫດແຜ່ນດິນໄຫວທຳອິດແທກໄດ້ຄວາມແຮງ 6,4 ຣິດເຕີ ໄດ້ເກີດຂຶ້ນຢູ່ເຂດໃກ້ກັບນະຄອນ Tabriz, ຢູ່ເຂດຕາເວັນຕົກສ່ຽງເໜືອ ອີຣານ. ມີໝູ່ບ້ານ 6 ແຫ່ງຢູ່ທີ່ນີ້ຖືກທຳລາຍທັງໝົດ ແລະ ບາງເຂດອ້ອມຂ້າງກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງ. ເຫດແຜ່ນດິນໄຫວຄັ້ງທີ 2ເກີດຂຶ້ນຖັດຈາກຄັ້ງທີ 1 ປະມານ 11 ນາທີ, ມີລະດັບຄວາມແຮງ 6,3 ຣິດເຕີ. ອີຣານ ຕັ້ງຢູ່ເຂດເຄີຍຕ້ອງຮັບຜົນສະທ້ອນຈາກບັນດາເຫດແຜ່ດິນໄຫວທີ່ມີລະດັບຄວາມແຮງສູງ ແລະ ລະດັບທຳລາຍຢ່າງຮ້າຍແຮງ. ເມື່ອປີ 2003, ມີເຫດແຜ່ນດິນໄຫວຄັ້ງໜຶ່ງ ເກີດຂຶ້ນຢູ່ນະຄອນ Bam ຂອງປະເທດນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 25.000 ຄົນ.