ເຮືອນສວນທີ່ນະຄອນເຫວ (ພາບ : baothuathienhue)
|
Vovworld- ຕາແສງ ຖີບຽວ ນະຄອນເຫວ, ແຂວງເທື່ອທຽນເຫວ ມີຊື່ສຽງດ້ວຍບັນດາເຮືອນສວນ, ພິເສດແມ່ນບັນດາສວນໝາກໄມ້ພ້ອມກັບ ລະບົບເຮືອນເກົ່າ ແລະ ປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງ. ເພື່ອເສີມຂະຫຍາຍທ່າໄດ້ປຽບດັ່ງກ່າວ, ສະມາຄົມຊາວກະສີກອນ ຕາແສງ ຖີບຽວ ໄດ້ສ້າງຮູບແບບ ທ່ອງທ່ຽວເຂດຊຸມຊົນ, ສ້າງລາຍຮັບໃຫ້ແກ່ປະຊາຊົນ. ນັບແຕ່ຕົ້ນປີ 2013, ສະມາຄົມຊາວກະສີກອນ ຕາແສງ ຖີບຽວ ໄດ້ເປີດສາຍທ່ອງທ່ຽວເພື່ອຄົ້ນຫາ ຕາແສງ ຖີບຽວ. ທ່ານ ທ້າຍຫງວຽນບິວ ຜູ້ອຳນວຍການ ບໍລິສັດທ່ອງທ່ຽວເຂດຊຸມຊົນ ຫວຽດທີ່ນະຄອນໂຮ່ຈິມິນຕີລາຄາ ວ່າ:
“ ຄວາມສາມາດບົມ່ຊ້ອນດ້ານການທ່ອງທ່ຽວຢູ່ນີ້ແມ່ນໃຫຍ່ຫຼວງຢູ່, ທີ່ໜຶ່ງແມ່ນຢູ່ມໍ່ກັບນະຄອນ ເຫວ, ທີ່ສອງແມ່ນບັນດາມໍລະດົກວັດທະນະທຳຢູ່ ແຫ່ງນີ້ ຍັງໄດ້ຮັບການຮັກສາໄວ້ເໝືອນເດີມ. ປະຊາຊົນຢູ່ແຫ່ງນີ້ມີຄວາມສະໜິດ ສະໜົມ, ຮັກແພງແຂກ. ແຂກທ່ອງທ່ຽວອາດຈະຂີ່ເຮືອລອງຕາມ ແມ່ນ້ຳເຮືອງ ມາຢ້ຽມຢາມ ຕາແສງ ຖີບຽວ ຫຼືໄປທ່ອງທ່ຽວທາງບົກຈາກນະຄອນມານີ້ ”
ສ່ວນທ່ານນາງ ຕົນນື້ກີງເຕືອງ ປະທານ ສະມາຄົມຊາວກະສີກອນ ຕາແສງ ຖີບຽວ ໃຫ້ຮູ້ວ່າ :
“ສະມາຄົມຊາວກະສີກອນ ຕາແສງ ຖີບຽວ ເຫັນໄດ້ເຖິງຄວາມສຳຄັນ ແມ່ນພັດທະນາຄວາມສາມາດ ບົ່ມຊ້ອນຢູ່ທ້ອງຖິ່ນຕົນດ້ວຍຈຸດປະສົງ ແນະນຳດ້ານວັດທະນະທຳຂອງໝູ່ບ້ານ ແລະ ສ້າງເງື່ອນໄຂໃຫ່ແກ່ ຊາວ ກະສີກອນເຮັດທ່ອງທ່ຽວ ແລະ ມີລາຍຮັບ ”