(vovworld) - ກອງປະຊຸມໃຫຍ່ຜູ້ແທນບັນດາຊາວຄິດນະຄອນຫຼວງ ຈະດຳເນີນໄປໃນວັນທີ 27 – 28/11 ເພື່ອສືບຕໍ່ຍູ້ແຮງບັນດາຂະບວນການແຂ່ງຂັ້ນຮັກຊາດໃນວົງການຊາວຄິດນະຄອນຫຼວງ, ຂົນຂວາຍຊາວຄິດເຂົ້າຮ່ວມຂະບວນການກໍ່ສ້າງຊົນນະບົດໃໝ່, ປະຕິບັດແບບແຜນດຳລົງຊີວິດສີວິໄລ, ຕອບບຸນແທນຄຸນຢ່າງຕັ້ງໜ້າ. ທ່ານ Pham Huy Thong, ຮອງປະທານຜູ້ປະຈຳການຄະນະກຳມະການສາມັກຄີຊາວຄິດນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ.
“ກອງປະຊຸມໃຫຍ່ຄັ້ງທີ 6 ສືບຕໍ່ປັບປຸງອົງການຈັດຕັ້ງຂອງຄະນະກຳມະການສາມັກຄີຊາວຄິດນະຄອນຮ່າໂນ້ຍ, ປັບປຸງບັນດາຜົນງານເຊິ່ງອາຍູ້ການກອ່ນໆບັນລຸໄດ້. ພວກຂ້າພະເຈົ້າສືບຕໍ່ປ່ຽນໃໝ່ບຸກຄະລາກອນ, ທີ່ມີລະດັບວັດທະນະທຳກວ່າ, ມີອິດທິຜົນຊື່ສຽງທັງການເຄື່ອນໄຫວສາສະໜາ ແລະ ຊີວິດປະຈຳວັນ. ກ່ຽວກັບວິທີການເຄື່ອນໄຫວ ພວກຂ້າພະເຈົ້າກໍປ່ຽນໃໝ່ຄື ຈັດຕັ້ງການແລກປ່ຽນວຽກງານກັບບັນດາຫົວໜ່ວຍອື່ນໆ ເພື່ອສາມາດຮໍ່າຮຽນເອົາບົດຮຽນເຊິ່ງກັນ ແລະ ກັນໄດ້.”