ຊາວຍົບພະຍົບກວ່າ 2.000 ຄົນໄດ້ກູ້ເອົາຊີວິດຢູ່ທະເລເມດີຕາລາເນ
ຊາວອົບພະຍົບເດີນທະເລດ້ວຍກ່ຳປັ່ນຢາງພາລາ
(ພາບ: AFP/TTXVN)
(vovworld) - ວັນທີ 14/04, ກຳລັງປ້ອງກັນຝັ່ງທະເລອີຕາລີ ແລະ ກຳບັ່ນເອກະຊົນ 5 ລຳ ໄດ້ກູ້ເອົາຊີວິດຊາວອົບພະຍົບກວ່າ 2.000 ຄົນຈາກບັນດາກ່ຳປັ່ນຢາງພາລາ ແລະ ກ່ຳປັ່ນໄມ້ ທີ່ບໍ່ຮັບປະກັນຄວາມປອດໄພ ເມື່ອເຂົາເຈົ້າພວມເດີນທາງຈາກທະເລເມດີຕາລາເນ ເຖິງເອີລົບ. ການກເອົາຊີວິດດັ່ງກ່າວຖືກດຳເນີນພາຍຫຼັງ 1 ວັນເມື່ອເກີດເຫດກ່ຳປັ່ນຖືກຈົມນ້ຳ ເຊິ່ງເຮັດໃຫ້ມີຢ່າງນ້ອຍສຸດ 97 ຄົນຖືກຫາຍສາບສູນຢູ່ນອກຝັ່ງທະເລ ລີບີ ໃນວັນທີ 13/04. ໂຄສົກຂອງກຳລັງປ້ອງກັນຝັ່ງທະເລລີບີ, ທ່ານ Ayoub Qassem ເວົ້າວ່າ, ຊາວອົບພະຍົບ 23 ຄົນໄດ້ຮັບການກູ້ເອົາຊີວິດໃນກ່ຳປັ່ນລຳໜຶ່ງ ເຊິ່ງໄດ້ຮັບຖືວ່າຂົນສົ່ງ 120 ຄົນ. ຈຳນວນຜູ້ຍັງເຫຼືອ ປະຈຸບັນພວມຖືກຫາຍສາບສູນຢູ່, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ 15 ຄົນ.