ຊາວປະແລດສະຕີນຖືກເສຍຊີວິດແລະຮັບບາດເຈັບເປັນຈຳນວນຫຼາຍຍ້ອນປືນໃຫຍ່ຂອງອິດສະຣາແອນ

ຊາວປະແລດສະຕີນຖືກເສຍຊີວິດແລະຮັບບາດເຈັບເປັນຈຳນວນຫຼາຍຍ້ອນປືນໃຫຍ່ຂອງອິດສະຣາແອນ - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) – ການ​ຍິງ​ປືນ​ໃຫຍ່ຢ່າງ​ລຽນຕິດຂອງ ອິດສະຣາ​ແອນ ​ເຂົ້າ​ເຂດ ກາຊາ ​ໃນ​ຕອນ​ເຊົ້າ​ວັນ​ທີ 20/7, ​ເຮັດ​ໃຫ້​ຢ່າງ​ໜ້ອຍສຸດ​ມີຊາວ ປະ​ແລດ​ສະຕີ​ນ 40 ຄົນ​ເສຍ​ຊີວິດ, 400 ຄົນ​​​ໄດ້ຮັບ​ບາດ​ເຈັບ ​ແລະ ນັບ​ພັນ​ຄົນ​ຕ້ອງ​ໄປ​ອົບ​ພະຍົບຢ່າງ​ຮີ​ບດ່ວນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຳນວນ​ຜູ້​ເສຍ​ຊີວິດ​ ​ແລະ ຮັບ​ບາ​ດ​ເຈັບ​ບໍ່​ພຽງ​ແຕ່​ມີ​ເທົ່າ​ນັ້ນ, ​ເພາະ​ວ່າ​ປະຈຸ​ບັນ​ຍັງ​ມີ​ຜູ້​ຮັບ​ບາດ​ເຈັບ​ຫຼາຍ​ຄົນ​ບໍ່​ທັນ​ໄດ້​ສົ່ງ​ໄປ​ໂຮງໝໍ ຍ້ອນ​ລົດ​ພະຍາບານ​ບໍ່​ສາມາດ​ສຳ​ພັດ​ກັບ​ສະຖານ​ທີ່​ເກີດ​ເຫ​ດ​ໄດ້​ເທື່ອ. ນັບ​ແຕ່​ເມື່ອ​ສົງຄາມ​ເກີດ​ຂຶ້ນ​ຢູ່​ເຂດ ກາຊາ ກ່ອນ​ນີ້ 12 ວັນ, ຢ່າງ​ໜ້ອຍ​ສຸດກໍ່​ມີ​ຊາວ​ປະ​ແລດ​ສະຕີ​ນ 390 ຄົນ​ເສ​ຍຊີວິດ ​ແລະ ກ່ວາ 3.000 ຄົນ​​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆຂອງ ອິດສະຣາ​ແອນ. ຜູ້​ປະສົບ​ເຄາະ​ຮ້າຍ​ສ່ວນ​ຫຼາຍ​ແມ່ນ​ສາມັນ​ຊົນຊາວ ປາ​ແລດ​ສະຕິີນ.


ຂ່າວ/ບົດ​ອື່ນ