ຊາວມຸດສະລິມນັບຫຼາຍພັນຄົນໃນໂລກແຫ່ຂະບວນປະທ້ວງຄັດຄ້ານຝລັ່ງ

(VOVWORLD) -ມີຊາວ ມຸດສະລິມນັບຫຼາຍພັນຄົນໄດ້ແຫ່ຂະບວນປະທ້ວງຢູ່ຫຼາຍປະເທດ ໃນສະພາບຢູ່ຝລັ່ງ ໄດ້ເກີດເຫດບຸກໂຈມຕີກໍ່ການຮ້າຍ 2 ຄັ້ງຢ່າງລຽນຕິດ

ຊາວມຸດສະລິມນັບຫຼາຍພັນຄົນໃນໂລກແຫ່ຂະບວນປະທ້ວງຄັດຄ້ານຝລັ່ງ - ảnh 1 ຢູ່ ບັງກະລາເທດ, ມີຜູ້ແຫ່ຂະບວນປະທ້ວງນັບພັນຄົນໄດ້ເດີນຂະບວນຢູ່ນະຄອນຫຼວງ Dhaka

(ພາບ: AFP/TTXVN)

ວັນທີ 30 ຕຸລາ, ມີຊາວ ມຸດສະລິມນັບຫຼາຍພັນຄົນໄດ້ແຫ່ຂະບວນປະທ້ວງຢູ່ຫຼາຍປະເທດ ໃນສະພາບຢູ່ຝລັ່ງ ໄດ້ເກີດເຫດບຸກໂຈມຕີກໍ່ການຮ້າຍ 2 ຄັ້ງຢ່າງລຽນຕິດໃນເດືອນນີ້ທີ່ກ່ຽວຂ້ອງເຖິງພາບແຕ້ມເຍາະເຍີ້ຍນັກທຳນາຍ Mohammed.

        ຢູ່ ປາກິດສະຖານ ແລະ ລີບັງ, ກຳລັງຕຳຫຼວດໄດ້ຍິງແກັດນ້ຳຕາເພື່ອສະຫຼາຍຄະນະແຫ່ຂະບວນປະທ້ວງ, ເດີນຂະບວນທີ່ພວມໄປຫາສະຖານທູດຝລັ່ງ, ເຮືອນສ່ວນຕົວຂອງເອກອັກຄະລັດຖະທູດຝລັ່ງ. ຢູ່ ບັງກະລາເທດ, ມີຜູ້ແຫ່ຂະບວນປະທ້ວງນັບພັນຄົນໄດ້ເດີນຂະບວນຢູ່ນະຄອນຫຼວງ Dhaka, ຮ້ອງໂຮ່ບັນດາຄຳຂວັນຮຽກຮ້ອງໃຫ້ເຊົາໃຊ້ສິນຄ້າຝລັ່ງ…

        ໃນຂະນະນັ້ນ, ຢູ່ຝລັ່ງ, ພາຍຫຼັງເກີດເຫດບຸກໂຈມຕີດ້ວຍມີດໃນວັນທີ 29 ຕຸລາ ແນໃສ່ບັນດາສາສະນິກກະຊົນທີ່ພວມພາວະນາຢູ່ໂບດ Notre – Dame ຢູ່ Nice ເຮັດໃຫ້ມີ 3 ຄົນເສຍຊີວິດ, ປະເທດນີ້ໄດ້ຍົກລະດັບການກ່າວເຕືອນຄວາມໝັ້ນຄົງຂຶ້ນລະດັບສູງສຸດ.

        ກ່ອນໜ້ານັ້ນ, ວັນທີ 16 ຕຸລາ, ຢູ່ Yvelines, ເຂດຊານນະຄອນທາງທິດຕາເວັນຕົກສ່ຽງເໜືອນະຄອນຫຼວງປາຣີ, ມີອ້າຍຄູຜູ້ໜຶ່ງຖືກສັງຫານຍ້ອນໄດ້ນຳໃຊ້ພາບແຕ້ມເຍາະເຍີ້ຍນັກທຳນາຍ Mohammed ໃນຊົ່ວໂມງສອນກ່ຽວກັບຄວາມເສລີໃນການປາກເວົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ