ຊາວຫວຽດນາມພວມເຮັດວຽກ ແລະ ດຳລົງຊີວິດຢູ່ລາວໂຮມຊຸມນຸມມິດຕິງຄັດຄ້ານການກະທຳຜິດຂອງຈີນ

ຊາວຫວຽດນາມພວມເຮັດວຽກ ແລະ ດຳລົງຊີວິດຢູ່ລາວໂຮມຊຸມນຸມມິດຕິງຄັດຄ້ານການກະທຳຜິດຂອງຈີນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ກ່າວ​ຄຳ​ເຫັນ​ທີ່ງານໂຮມ​ຊຸມນຸມ​ມິດ​ຕິງ
(ພາບ: baomoi)

(vovworld)- ຕອນ​ເຊົ້າ​ວັນ​ທີ​ 14/5, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ຊາວ​ຫວຽດນາມເກືອບ 1000 ຄົນ​ຊຶ່ງ​ແມ່ນ​ພະນັກງານ​ສະຖານທູດ, ບັນດາ​ອົງການ​ຕາງໜ້າ​ຂອງ​ຫວຽດນາມ​ປະຈຳ​ລາວ, ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ລາວ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ພວມ​ຮ່ວມ​ມື​ລົງທຶນ​ຢູ່​ລາວ ​ແລະ ນັກ​ສຶກສາ​ຫວຽດນາມ​ພວມ​ຮ່ຳຮຽນ​ຢູ່​ລາວ ​ໄດ້​ໂຮມ​ຊຸມນຸມ​ມິດ​ຕິງ​ຄັດຄ້ານ​ເລື່ອງ​ຈີນ​ຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​​ໃນ​ເຂດ​ໄຫຼ່​ທະວີບ​ ​ແລະ ເຂດ​ເສດຖະກິດ​ຈຳ​ເພາະ ຂອງ​ຫວຽດນາມ . ກ່າວ​ຄຳ​ເຫັນ​ທີ່ງານໂຮມ​ຊຸມນຸມ​ມິດ​ຕິງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ຢືນຢັນ​ວ່າ ການ​ກະທຳ​ຂອງ​ຈີນ​ທີ່ນຳຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ພ້ອມ​ດ້ວຍ​ກຳ​ປັ່ນ​ຄຸ້ມ​ກັນຫຼາຍ​ລຳ ​​ໃນ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ແຕ່​ວັນ​ທີ 1/5 ມາ​ຮອດ​ປະຈຸ​ບັນ​ແມ່ນ​ເປັນ​ອັນຕະລາຍ​ທີ່​ສຸດ, ລ່ວງ​ລ້ຳ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ, ​ໄປ​ຝືນ​ກັບ​ບັນດາ​ຂໍ້​ຕົກລົງ 2 ຝ່າຍລະຫວ່າງຫວຽດນາມ-ຈີນກ່ຽວກັບການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ. ຕາງໜ້າ​ຄະນະ​ອະທິການ​ວັດ ​ເຟີ​ດຕິກ , ສະມາຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະມາຄົມວິ​ສາ​ຫະກິດ​ຫວຽດນາມ​ຮ່ວມ​ມື​ລົງທຶນ​ຢູ່​ລາວ ​ແລະ ນັກ​ສຶກສາ​ຫວຽດນາມ​ພວມ​ຮ່ຳຮຽນ​ຢູ່​ລາວ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັ່ງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປະຈຸ​ບັນ, ກໍ​ຄື​ສະ​ແດງຄວາມບໍ່ພໍ​ໃຈ​ຕໍ່​ການ​ກະທຳ​ຂອງ​ຈີນ, ​ແລະ ຫວັງ​ວ່າ ພັກ ​ແລະ ລັດ​ຫວຽດນາມ​ມີ​ບັນດາ​ມາດ​ຕະການ​ເດັດ​ດຽວ​ຕໍ່ສູ້​ເພື່ອ​ປົກປັກຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ