ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້

ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້ - ảnh 1
ພາບ​ປະ​ກອບ
(vovworld) –  ​​ກົມ​ການ​ເມືອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫາກໍ່​ມີ​ຄຳ​ສັ່ງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອ​ງ​ຊຸດ​ທີ 9 ກ່ຽວ​ກັບ​ວຽກ​ງານ​ສຳ​ລັບ​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ຕ່າງ​ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່. ຄຳ​ສັ່ງ​ຊີ້​ແຈ້ງວ່າ: ສືບ​ຕໍ່​ສະ​ແດງ​ຢ່າງ​ຄົບ​ຖ້ວນ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ເປັນ​ຢ່າງ​ດີ, ​ຊຶ່ງ​ແມ່ນພື້ນ​ຖານ​ຂອງ​ຄວາມ​ສາ​ມັກ​ຄີ​ແມ່ນ​​ຈິດ​ໃຈ​ແຫ່ງ​ຊາດ ແລະ ຄວາມ​ຮັກ​ປະ​ເທດ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​​ຂອງ​ຊາດ ແລະ ຈຸດ​ໝາຍ​ລວມ​ຂອງ​ຊາວ ຫວຽດ​ນາມ ທຸກ​ຄົນ​ແມ່ນ​ສ້າງ​ສາ​ປະ​ເທດ ຫວຽດ​ນາມ ສັນ​ຕິ​ພາບ, ເອ​ກະ​ລາດ, ເອ​ກະ​ພາບ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ເຮັດ​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ​ສັງ​ຄົມຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ , ສີ​ວິ​ໄລ…

        ຊາວ ຫວຽດ​ນາມ ອາ​ໄສຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ໜຶ່ງບໍ່​​ອາດ​ຕັດ​ແຍກ​ ແລະ ແມ່ນ​ແຫຼ່ງ​ກຳ​ລັງ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ. ຕາມ​ຄຳ​ສັ່ງ​ແລ້ວ, ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ​ຂອງຊາວ ຫວຽດ​ນາມ ​ອາ​ໄສຢູ່​ຕ່າງ​ປະ​ເທດ​ຕໍ່​ປະ​ເທດ​ຊາດ​ກ່​ວາ​ອີກ. ຊາວ ຫວຽດ​ນາມ ທຸກ​ຄົນ​ຢູ່​ຕ່າງ​ປະ​ເທດ​ລ້ວນ​ແຕ່​ໄດ້​ຮັບ​ການ​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ, ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ ຫ​ວຽດ​ນາມ. ສືບ​ຕໍ່​ເອົາ​ໃຈ​ໃສ່, ມີ​ມາດ​ຕະ​ການ​ເໝາະ​ສົມ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ​ບົນ​ຈິດ​ໃຈ​ເປີດ​ເຜີຍ, ​ເຫັນ​ອົກ​ເຫັ​ນ​ໃຈ​ກັນ, ປິດ​ອະ​ດິດ​ໄວ້, ມຸ່ງ​ໄປ​​ສູ່ອະ​ນາ​ຄົດ. ຢືດ​ໝັ້ນ​ການ​ຂົນ​ຂວາຍ, ເກ້ຍກອມ​ບັນ​ດາ​ຜູ້​ຍັງ​ຮັກ​ສາແນວ​ຄິດ​ຕາຍ​ຕົວ…

        ຄ​ຳ​ສັ່ງ​ເນັ້ນ​ໜັກ​ວ່າ: ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮ​ູບ​ລະ​ບຽບ​ການ​ບໍ​ລິ​ການ​ເພື່ອ​ແນ​ໃສ່​ແກ້​ໄຂ​ສິ່ງ​ຄົງ​ຂ້າງ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ຕ່າງ​ປະ​ເທດ ເມື່ອ​ກັບ​ເມືອ ຫວຽດ​ນາມ ດຳ​ລົງ​ຊີ​ວິດ ແລະ ທຳ​ມະ​ຫາ​ກິນ ໄດ້​​ຮັບ​ສັນ​ຊາດ​ຄືນ​ສຳ​ລັບ​ບັນ​ດາ​ຜູ້​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​, ສ້າງ​ເງື່ອນ​ໄຂ​ກ່​ວາ​ອີກ​ໃນ​ການ​ມີກຳ​ມະ​ສິດ​​ນຳ​ໃຊ້ເຮືອນ​ຢູ່​​ທີ່ ຫວຽດ​ນາມ, ຫັນ​ລະ​ບຽບ​ການ​ເຂົ້າ - ອອກ​ເມືອງ, ລົງ​ທຶນ, ສົ່ງ, ຮັບ ແລະ ນຳ​ໃຊ້​ແຫຼ່ງ​ເງິນ​ຈາກ​ຕ່າງ​ປະ​ເທດ​ເປັນ​ງ່າຍ​ດາຍ…

        ກົມ​ການ​ເມືອງ​ຮຽກ​ຮ້ອງ​​ໃຫ້ຕ້ອງກວດ​ກາ, ເພີ່ມ​ເຕີມການ​ສ​້າງກົນ​ໄກ, ນະ​ໂຍ​ບາຍ ແລະ ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ເພື່ອ​ສ້າງກອບ​ກົດ​ໝາຍ​ສະ​ດວກ​​ໃຫ້​ຊາວ ຫວຽດ​ນາມ ອາ​ໄສຢູ່​ຕ່າງ​ປະ​ເທດ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ, ​ມອບ​ໂອນ​ເຕັກ​ໂນ​ໂລ​ຢີ​ຈາກ​ບັນ​ດາ​ປະ​ເທດ​ເຂົ້າ ຫວຽດ​ນາມ ແລະ ຊຸກ​ຍູ້​ການ​ສົ່ງ​ອອກ, ໜູນ​ຊ່ວຍ​ການ​ລົງ​ທຶນ​ຂອງ ຫວຽດ​ນາມ ຢ​ູ່​ຕ່າງ​ປະ​ເທດ. ມ​ີ​ນະ​ໂຍ​ບາຍ​ດຶງ​ດູດ, ນຳ​ໃຊ້​ນັກ​ຊ່ຽວ​ຊານ, ນັກ​ຮຽກ​ຮູ້​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຈຳ​ເປັນ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ພາ​ລະ​ກິດ​​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ