ວາລະປະຊຸມຄົບຄະນະໃນວັນບຸນ "ມິດຕະພາບ ແລະ ສາມັກຄີກັບ
ຫວຽດນາມ "
|
(vovworld)-ຕາມຂໍ້ລິເລີ່ມຂອງສະມາຄົມຊາວຫວຽດນາມ ອາໄສຢູ່ ຝລັ່ງ, 31 ສະມາຄົມ ເຂົ້າຮ່ວມ ວັນສະມາຄົມ “ມິດຕະພາບ ແລະ ສາມັກຄີ ກັບຫວຽດນາມ” ຄັ້ງທີ 2 ໂດຍສະຖານທູດຫວຽດນາມ ປະຈຳຝລັ່ງ ສົມທົບກັບນະຄອນ Montreuil ຈັດຕັ້ງໃນເດືອນ 6/2015 ຜ່ານມາໄດ້ລົງລາຍເຊັນໃສ່ໃບສະເຫນີ ສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳຂອງຈີນ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ. ພາຍຫລັງເກັບກຳລາຍເຊັນຂອງຂອງ 31 ສະມາຄົມ, ຜ່ານສະຖານທູດຫວຽດນາມ ປະຈຳຝລັ່ງ, ສະມາຄົມຊາວຫວຽດນາມ ຢູ່ ຝລັ່ງ ໄດ້ສົ່ງໃບສະເຫນີເຖິງບັນດາອົງການຂອງຫວຽດນາມ ຄື: ແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຄະນະຊາຍແດນຂຶ້ນກັບກະຊວງການຕ່າງປະເທດ, ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອສະແດງການສະຫນັບສະຫນູນສຳລັບກິດຈະກຳປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ ຢູ່ ທະເລຕາເວັນອອກ ພ້ອມທັງຄັດຄ້ານບັນດາການກະທຳຂອງຈີນ ພວມນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະ ໂລກ.