ການເຄື່ອນໄຫວຕ້ອນຮັບປີໃຫມ່2015ຢູ່ຮ່າໂນ້ຍ
ພາບ:vov
|
(vovworld)- ຕອນຄ່ຳວັນທີ 31/12, ການເຄື່ອນໄຫວຕ້ອນຮັບປີໃຫມ່2015 ດຳເນີນໄປຢ່າງຟົດຟື້ນມ່ວນຊື່ນຢູ່ບັນດານະຄອນໃຫຍ່ຂອງຫວຽດນາມ. ຢູ່ນະຄອນຫລວງຮ່າໂນ້ຍ ໄດ້ຈັດບັນດາການເຄື່ອນໄຫວວັດທະນະທຳສິລະປະທີ່ເປັນເອກະລັກສະເພາະເພື່ອຮັບໃຊ້ປະຊາຊົນມາຕ້ອນຮັບປີໃຫມ່. ຢູ່ນະຄອນໂຮ່ຈິມີນ, ບັນດາຖະຫນົນໃຈກາງນະຄອນໄດ້ຮັບການປະດັບປະດາຢ່າງສວຍງາມ. ຊາວນະຄອນໂຮ່ຈີມີນ ພ້ອມກັບຊາວຕ່າງປະເທດໄດ້ຕ້ອນຮັບປີໃຫມ່ຢ່າງເບິກບານມ່ວນຊື່ນ. ທ່ານ Phillip Brown, ຊາວອາເມລິກາ ໄດ້ແບ່ງປັນວ່າ:
“ຂ້າພະເຈົ້າດຳລົງຊີວິດຢູ່ຫວຽດນາມມາເປັນເວລາ 3 ປີແລ້ວ. ບັນຍາກາດຕ້ອນຮັບປີໃຫມ່ຄືມື້ນີ້ແມ່ນຈຸດເວລາພິເສດສຳລັບທຸກຄົນ. ບັນຍາກາດຕ້ອນຮັບປີໃຫມ່ຢູ່ທີ່ນີ້ຟົດຟື້ນມ່ວນຊື່ນທີ່ສຸດ. ກ້າວເຂົ້າສູ່ປີໃຫມ່ ຂ້າພະເຈົ້າຂໍອວຍພອນໃຫ້ທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ.”
ຕອນຄ່ຳວັນດຽວກັນ, ຢູ່ ນະຄອນ ເກີນເທີ, ດາຫນັງ ກໍໄດ້ຈັດລາຍການສະແດງສິລະປະພິເສດເພື່ອຕ້ອນຮັບປີໃຫມ່ຢ່າງເບິກບາດມ່ວນຊື່ນ.
ພ້ອມກັບປະຊາຊົນຫວຽດນາມ, ປະຊາຊົນບັນດາປະເທດໃນທົ່ວໂລກກໍໄດ້ຕ້ອນຮັບປີໃຫມ່ 2015 ຢ່າງເບິກບານມ່ວນຊື່ນ. ຢູ່ນະຄອນ ນິວຢອກ ສະຫະລັດອາເມລິກາດ, ຢູ່ ສະຫນາມຫລວງ Times ໄດ້ຈັດງານລາຕີພິເສດ ຕ້ອນຮັບປີໃຫມ່ 2015 ໄດ້ດຶງດູດການຕິດຕາມຮັບຟັງ, ຮັບຊົມຂອງຊາວ ອາເມລິກາ ເກືອບ 200 ລ້ານຄົນ ແລະ ປະຊາຊົນບັນດາປະເທດໃນທົ່ວໂລກປະມານ 1 ຕື້ຄົນ ຜ່ານໂທລະພາບ ແລະ ວິທະຍຸ. ກໍເຊັ່ນດຽວກັນກັບ ອາເມລິກາ, ຢູ່ນະຄອນຫລວງຂອງບັນດາປະເທດຄື ເຢຍລະມັນ, ຈີນ, ສະຫະພັນລັດເຊຍ, ປະຊາຊົນໄດ້ເຕົ້າໂຮມກັນຢູ່ໃຈກາງນະຄອນເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ.
ເນື່ອງໃນໂອກາດປີໃຫມ່ 2015, ທ່ານປະທານາທິບໍດີລັດເຊຍ V. Putin ໄດ້ສົ່ງສານເຖິງທ່ານປະທານາທິບໍດີ ອາເມລິກາ B. Obama ໂດຍຢືນຢັນ: ມົດສະກູ ພວມຊອກຫາຄວາມສະເຫມີພາບໃນການພົວພັນສອງຝ່າຍ ກັບ ວໍຊິງຕັນ.
ເມື່ອແລກປ່ຽນສານອວຍພອນກັບປະທານປະເທດຈີນ ສີຈິ້ນຜິງ, ທ່ານປະທານາທິບໍດີ ລັດເຊຍ V. Putin ຢືນຢັນ ປີ 2015 ຈະນຳມາເຊິ່ງບັນດາກາລະໂອກາດໃຫມ່ໃຫ້ແກ່ການຮ່ວມມືສອງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ ແລະ ໝັ້ນໝາຍຈະຮ່ວມມືກັບການນຳຈີນ ໃນການປະຕິບັດບັນດາໂຄງການຮ່ວມມືຍຸດທະສາດກໍຄືແກ້ໄຂບັນດາບັນຫາຮ້ອນເຮັ່ງຂອງພາກພື້ນ ແລະ ໂລກ.