ຊາວອີຕາລີຢ້ານຖືກISບຸກໂຈມຕີແຕ່ບໍ່ສະໜັບສະໜູນແຊກແຊງການທະຫານ

ຊາວອີຕາລີຢ້ານຖືກISບຸກໂຈມຕີແຕ່ບໍ່ສະໜັບສະໜູນແຊກແຊງການທະຫານ - ảnh 1
IS ແລະ ບັນ​ດາ​ຕົວ​ປະ​ກັນ​ຊາວ ອີ​ຢິບ
(ພາບ: AFP/TTXVN)

(​vovworld) – ໝາກ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຫາງ​ສ​ຽງ IXE ປະ​ຕິ​ບັດ​ໄລ​ຍະ​ມໍ່​ໆ​ມານີ້​ສະ​ແດງ​ໃຫ້​ເຫັນ​ວ່າ: 72% ຈຳ​ນວນ​ຜູ້​ຖືກຖາມ ມີ​ຄວາມ​ວິ​ຕົກ​ວັງ​ວົນ​ວ່າ: ກຳ​ລັງ ລັດ​ອິດ​ສະ​ລາມ (IS) ຂະ​ໜາມ​ນາມ​ເອງ ອາດ​ຈະ​ບຸກ​ໂຈມ​ຕີ ອີ​ຕາ​ລ​ີ ຈາກ ລີ​ບີ ດ້ວຍຫຼາຍ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ. ຄວາມວ​ິ​ຕົກ​ວັງ​ວົນ​ນີ້​ນັບ​ມື້​ນັບ​ເພີ່​ມ​ຂຶ້ນ​ໃນ​ຊຸມ​ວັນ​ຜ່ານ​ມາ, ພາ​ຍຫຼັງ IS ຢືດ​ຄອງ​ນະ​ຄອນ Sirte ຂອງ​ລີ​ບີ, ຫ່າງ​ຈາກ​ເຂດ​ດິນ​ແດນ​ຂອງ ອີ​ຕາ​ລີ ພ​ຽງກ່​ວາ 300 ກມ ເທົ່າ​ນັ້ນ. ຈາກນັ້ນ​ແມ່ນ​ເລື່ອງ IS ຖະ​ແຫຼງ ອີ​ຕາ​ລີ ແມ່ນ​ສັດ​ຕູ​ຂອງ​ກຳ​ລັງ​ນີ້ ແລະ ໄດ້​ຍົກ​ອອກ​​ບັນ​ດາ​ຄຳ​ນາບ​ຂ​ູ່​ຈະ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ Scud.

        ແຕ່​ເຖິ​ງ​ຢ່າງ​ໃດ​ກໍ່​ຕາມ, ການ​ຢັ່ງ​ຫາງ​ສຽງກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ: 63% ຈຳ​ນວນ​ຜູ້​ຖືກ​ຖາມ​ບໍ່ສະ​ໜັບ​ສະ​ໜູນ​​ການແຊກ​ແຊງ​ການ​ທະ​ຫານ​ເຂົ້າ ລີ​ບີ ເພື່ອ​ສະ​ກ​ັດ​ກັ​້ນ IS, ​ມີ​ພຽງ 27% ຖ​ື​ວ່າ​ການ​ແຊກ​ແຊງ​​ດ້ານການ​ທະ​ຫານ​ແມ່​ນ​ຈຳ​ເປັນ ແລະ ຕ້ອງ​ປະ​ຕິ​ບັດ​ໃນ​ທັນ​ທີ.


ຂ່າວ/ບົດ​ອື່ນ