ຊາວອົບພະຍົບຈາກຕວກກີສືບຕໍ່ເຂົ້າເກຼກຢ່າງບໍ່ຢຸດຢັ້ງ

ຊາວອົບພະຍົບຈາກຕວກກີສືບຕໍ່ເຂົ້າເກຼກຢ່າງບໍ່ຢຸດຢັ້ງ - ảnh 1
(ພາບປະກອບ ຈາກ ekathimerini)

(vovworld) – ຈຳນວນ​ຊາວ​ອົບ​ພະຍົບ ຈາກ​ຕວກກີ ​​ເຂົ້າ ​ເກຼັກ ຍັງ​ຄົງ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ສະຫະພາບ ​ເອີ​ລົບ (EU)​ ​ແລະ ຕວກກີ ຫາ​ກໍ​່ບັນລຸ​ໄດ້​ຂໍ​້ຕ​ົກລົງ​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບທີ່​ກອງ​ປະຊຸມ​ສຸດ​ຍອດ EU ທີ່​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 17 – 18/3 ຢູ່ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 19/3. ບັນດາ​ເຈົ້າ​ໜ້າ​ທີ່ ​ເກຼັກ ​ໃຫ້​ຮູ້​ວ່າ: ບັນດາ​​ເຮືອ​ຂົນ​ສົ່ງ​ຊາວ​ອົບ​ພະຍົບສືບ​ຕໍ່ຂ້າມ​ທະ​ເລ​ເຂົ້າ​​ເກາະ​​ແຫ່ງ​ຕ່າງໆ​ຂອງ​ປະ​ເທດ​ນີ້. ຕາມ​ຂໍ້​ຕົກລົງທີ່​ຫາ​ກໍ່​ບັນລຸ​ໄດ້​ແລ້ວ, ຊາວ​ອົບ​ພະຍົບທັງ​ໝົດ​ທີ່ຂ້າມ​ທະ​ເລ​ເຂົ້າ​ເກາະ​ແຫ່ງ​ຕ່າງໆ​ຂອງ​ ​ເກຼັກ ຈະ​ຖືກ​ສົ່ງ​ກັບ​ເມື​ອ ຕວກກີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ອົງການ​ປະ​ສານ​ງານ​ແກ້​ໄຂ​ວິ​ກິດ​ການ​ຂອງ ຕວກກີ (SOMP) ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ​ບັນດາ​ລະບຽບ​ການ​ສົ່ງ​ຊາວ ອົບ​ພະຍົບ ກັບ​ເມືອ ຕວກກີ ຈະ​ເສຍ​ເວລາ​ຫຼາຍ​ຍ້​ອນ​ ​ຕ້ອງ​ລໍຖ້າ​ບັນດາ​ນັກ​ຊ່ຽວຊານ​ສາກົນ​ສ້າງ​ບັນຊີ​ລາຍ​ຊື່ ​ແລະ ​ເຮັດ​ລະບຽບ​ການ​ກ່ອນ​ທີ່​ອອກ​ຈາກ​ບັນດາ​ເກາະ​ຂອງ ​ເກຼັກ. ​ໂຄສົກ​ຂອງ SOMP ຢັ້ງຢືນວ່າ: ດ້ວຍ​ບັນດາ​ລະບຽບ​ການ​ສັບສົນ​ຄື​ແນວ​ນີ້, ການ​ປະຕິບັດ​ຂໍ້​ຕົກລົງ​​​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ ຍ້ອນ​ປະຈຸ​ບັນຍັງມີ​ປະມານ 47.500 ຄົນ​ຖືກ​ຕົກ​ຄ້າງ​ຢູ່​ເກາະ​​ແຫ່ງ​ຕ່າງໆ​ຂອງ​ເກັຼັກ.

ຂ່າວ/ບົດ​ອື່ນ