ຊາວ​ໜຸ່ມ ຫວຽ​ດ​ນາມ​ຕ້ອງ​ມີ​ຄວາມຄາດ​ຫວັງ​ຢາກ​ສ້າງ​ສາ​ປະ​ເທດ​ໃຫ້​ຮັ່ງ​ມີ, ເຂັ້ມ​ແຂງ

(VOVWORLD) - ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ໄດ້ມີການພົບປະ, ໂອ້ລົມກັບຊາວໜຸ່ມກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຊາວໜຸ່ມ, ວຽກງານຂອງ ສະຫະພັນ ແລະ ຂະບວນການຊາວໜຸ່ມ ໃນປັດຈຸບັນດ້ວຍຫົວຂໍ້ວ່າ “ຄວາມຄາດຫວັງຂອງ ຊາວໜຸ່ມ ຫວຽດນາມ - ເພື່ອປະເທດຊາດຮັ່ງມີ, ເຂັ້ມແຂງ”. 
ຊາວ​ໜຸ່ມ ຫວຽ​ດ​ນາມ​ຕ້ອງ​ມີ​ຄວາມຄາດ​ຫວັງ​ຢາກ​ສ້າງ​ສາ​ປະ​ເທດ​ໃຫ້​ຮັ່ງ​ມີ, ເຂັ້ມ​ແຂງ - ảnh 1 ທ່ານນາຍົກລັດຖະມົນຕີຕອບຄຳຖາມຂອງ ຊາວໜຸ່ມ

ເຫດການນີ້ນອນຢູ່ໃນຂອບເຂດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ສະຫະພັນຊາວໜຸ່ມ ຫວຽດນາມ ຄັ້ງທີ VIII ອາຍຸການ 2019 – 2024. ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ການນຳບັນດາກະຊວງ, ຂະແໜງການຕ່າງ, ກ່ຽວກັບມາດຕະການສ້າງຊາວໜຸ່ມລຸ້ນໃໝ່

        ທີ່ການພົບປະໂອ້ລົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກເນັ້ນໜັກວ່າ:

        ລັດຖະບານຕ້ອງຮັບຟັງເພື່ອປັບປຸງນະໂຍບາຍໃຫ້ທັນການ. ການຕໍ່ກຳລັງແຮງຂອງບັນດາອົງການລັດ ແມ່ນຈຳເປັນທີ່ສຸດ, ແຕ່ວ່າ ຕ້ອງສ້າງຄວາມຄາດຫວັງອັນຍິ່ງໃຫຍ່ ແລະມີຄວາມຕັດສິດໃຈເພື່ອສ້າງສາປະເທດຊາດ. ຊາວໜຸ່ມເປັນກຳລັງພາຍໃນເພື່ອຕັດສິນ ການພັດທະນາ. ພວກຂ້າພະເຈົ້າແມ່ນກຳລັງພາຍນອກທີ່ຈະໜູນຊ່ວຍຊາວໜຸ່ມເພື່ອພ້ອມກັນພັດທະນາ. ມື້ນີ້ ຂ້າພະເຈົ້າ ໄດ້ພົບປະກັບຊາວໜຸ່ມທີ່ປະສົບກັບຄວາມຫຍຸ້ງຍາກແຕ່ພວກເພື່ອນກໍ່ໄດ້ບືນຕົວຂຶ້ນເພື່ອປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ