ຊາວໜຸ່ມກ່ວາ 100 ຄົນໄປຍັງ ລາວ ເຄື່ອນໄຫວອາສາສະໝັກ

(VOVWORLD) - ວັນທີ 23 ກໍລະກົດ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງພິທີປຸກລະດົມປະຕິບັດບັນດາການເຄື່ອນໄຫວອາສາສະໝັກຢູ່ປະເທດບ້ານໃກ້ເຮືອນຄຽງ ລາວ
ຊາວໜຸ່ມກ່ວາ 100 ຄົນໄປຍັງ ລາວ ເຄື່ອນໄຫວອາສາສະໝັກ - ảnh 1 ຊ່ວໜຸ່ມ ຫວຽດນາມ (ພາບປະກອບ)

ຕາມນັ້ນແລ້ວ ຊາວໜຸ່ມອາສາສະໝັກກ່ວາ 100 ຄົນ ໃນບັນດາຂະບວນການ “ລະດູຮ້ອນຂຽວ” ແລະ “ລະດູພັກແລ້ງສີແດງອ່ອນ” ຂອງນະຄອນ ໂຮ່ຈີມິນ, ໄດ້ເດີນທາງໄປຍັງບັນດາທ້ອງຖິ່ນຂອງ ລາວ ເພື່ອປະຕິບັດວຽກງານຫລາຍຢ່າງທີ່ມີຄວາມໝາຍ. ບັນດາການເຄື່ອນໄຫວອາສາສະໝັກຢູ່ ລາວ ຈະດຳເນີນຈົນຮອດວັນທີ 5 ສິງຫາ. ໃນນັ້ນ ສຸມໃສ່ໜູນຊ່ວຍກໍ່ສ້າງເຮືອນມິດຕະພາບຊາວໜຸ່ມ ຫວຽດ - ລາວ 2 ຫລັງ; ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ແລກປ່ຽນບົດຮຽນກວດກາປິ່ນປົວພະຍາດກັບພະນັກງານການແພດທ້ອງຖິ່ນ…ລາຍການປີນີ້ ກໍ່ສຸມໃສເຂົ້າໃນບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ຊອກຮູ້ປະຫວັດສາດທີ່ເປັນມູນເຊື້ອສາຍພົວພັນມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ