ຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ເອີລົບຄຶກຄື້ນພ້ອມກັບFastivalLUMOS
ຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ເອີລົບ
ຄຶກຄື້ນພ້ອມກັບFastivalLUMOS
(ພາບ: TTXVN)
(vovworld)- Fastival ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ເອີລົບ ຄັ້ງທີ 2 ໄດ້ຮັບຄວາມຮູ້ຈັກເຖິງ ດ້ວຍຊື່ເອີ້ນວ່າ “Fastival LUMOS” ໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ປະທັບໃຈ ໃນລະຫວ່າງ ວັນທີ 27-28/8 ຢູ່ນະຄອນ Choisy-le-Roi, ຊານ ນະຄອນຫຼວງ Paris, ຝຣັ່ງ. Fastival LUMOS ເປັນວັນບຸນ, ເປັນການເຄື່ອນໄຫວທີ່ມີຜົນປະໂຫຍດ ແລະ ປອດໃສ ຂອງຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນ ຢູ່ຫຼາຍປະເທດ ໃນເອີລົບຢ່າງແທ້ຈິງ. ງານມະໂຫລານ ໄດ້ດຶງດູດຊາວໜຸ່ມນັກສຶກສາ ປະມານ 500 ຄົນ ທີ່ມາຈາກ 5 ສະມາຄົມນັກສຶກສາບັນດາປະເທດເຢຍລະມັນ, ສາທາລະນະລັດເຊັກ, ອີຕາລີ, ໂຮນລັງ, ແຟງແລນ ແລະ ສະມາຄົມນັກສຶກສາ 23 ສາຂາ ໃນທົ່ວປະເທດ ຝຣັ່ງ. ເຂົາເຈົ້າ ໄດ້ແບ່ງເປັນຫຼາຍທີມຮ່ວມກັນແຂ່ງຂັນ ໃນການເຄື່ອນໄຫວຕ່າງໆເຊັ່ນການແຂ່ງຂັນສິລະປະ ແລະ ກິລາ ເພື່ອແນໃສ່ຍົກສູງນ້ຳໃຈໝູ່ຄະນະ ແລະ ເຊີດຊູຄວາມເກັ່ງກ້າສາມາດ ຂອງຊາວໜຸ່ມ. ຈຸດສຸມຂອງເຄື່ອນໄຫວແມ່ນການແຂ່ງຂັນ “ຄວາມເກັ່ງກ້າສາມາດ ຂອງໄວໜຸ່ມເອີລົບ” ທີ່ດຳເນີນ ໃນວັນທີ 27/8. Fastival ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຝຣັ່ງ ເປັນເຫດການທີ່ມີຂອບຂະໜາດໃຫຍ່ ໄດ້ຈັດຕັ້ງເປັນ ຄັ້ງທີ 2 ຢູ່ເອີລົບ, ພາຍຫຼັງຜົນສຳເລັດ ຂອງ Fastival ຄັ້ງທຳອິດ ທີ່ໄດ້ຈັດຕັ້ງ ໃນປີ 2015 ຢູ່ Berlin, ສາທາລະນະລັດສະຫະພັນເຢຍລະມັນ.