ຊາວໜຸ່ມສວມບົດບາດສຳຄັນໃຫ້ແກ່ການພັດທະນາປະເທດຊາດ
(ພາບປະກອບ)
(vovworld) – ນັກສຶກສາແມ່ນລຸ້ນຊາວໜຸ່ມດີເດັ່ນ, ສວມບົດບາດສຳຄັນໃຫ້ແກ່ການພັດທະນາຂອງປະເທດຊາດ. ສັງຄົມເຕີບໃຫຍ່, ເຂັ້ມແຂງໄດ້ສ້າງກາລະໂອກາດຫຼາຍຢ່າງ, ພ້ອມທັງກໍ່ວາງອອກສິ່ງທ້າທາຍບໍ່ແມ່ນໜ້ອຍ ຮຽກຮ້ອງໃຫ້ນັກສຶກສາທຸກຊັ້ນ ຕ້ອງຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສະແດງໃຫ້ເຫັນຕົນເອງ. ນີ້ແມ່ນຄຳຢືນຢັນຂອງອ້າຍ ເລກ໋ວກຟອງ, ປະທານສູນກາງສະມາຄົມນັກສຶກສາຫວຽດນາມ, ທີ່ການແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ (09/01/1950 – 09/01/2015).
ຕາມອ້າຍ ເລກ໋ວກຟອງ ແລ້ວ, ໃນໄລຍະປະຈຸບັນ, ນັກສຶກສາ, ລຸ້ນຊາວໜຸ່ມດີເດັ່ນຂອງປະເທດຊາດ ຕ້ອງຕັ້ງຕົວເອງເຂົ້າໃນສະພາບການລວມຂອງປະເທດຊາດ.
“ເພື່ອນໜຸ່ມແຕ່ລະຄົນລ້ວນແຕ່ມີຄວາມໄຝ່ຝັນ ແລະ ຄວາມມຸ່ງມາດປາດຖະໜາຂອງສະເພາະຕົນເອງ. ຄວາມໄຝ່ຝັນ, ຄວາມມຸ່ງມາດປາດຖະໜານັ້ນ ພວກເພື່ອນບໍ່ພຽງແຕ່ສະຫງວນໃຫ້ແກ່ຕົນເອງ, ຄອບຄົວເທົ່ານັ້ນ ຫາກຍັງຕ້ອງເອົາໃຈໃສ່ເຖິງປະຊາຄົມຢູ່ອ້ອມຂ້າງ, ເອົາໃຈໃສ່ເຖິງສັງຄົມ ແລະ ພິເສດແມ່ນເອົາໃຈໃສ່ເຖິງປະເທດຊາດອີກດ້ວຍ”.