ຊາວໜຸ່ມຫວຽດນາມກຳປູເຈຍແລະລາວຮ່ວມມືກັບພັດທະນາເສດຖະກິດ

ຊາວໜຸ່ມຫວຽດນາມກຳປູເຈຍແລະລາວຮ່ວມມືກັບພັດທະນາເສດຖະກິດ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 13 – 15/11 ຢູ່​ນະຄອນ Siem Riep, ສະຫະ​ພັນຊາວ​ໜຸ່ມ ກຳປູ​ເຈຍ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຫົວ​ຂໍ້ “ການ​ຮ່ວມ​ມື​ວິ​ສາ​ຫະກິດ​ ພ້ອມ​ກັນກ້າວ​ໄປ​ເຖິງ ການຊອກ​ຫາ​ກາລະ​ໂອກາດ​ການ​ລົງທຶນ” ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ໜຸ່ມ 3 ປະ​ເທດ ຫວຽດນາມ, ກຳປູ​ເຈຍ ​ແລະ ລາວ ​ໃນ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ປະທານ​ສະຫະ​ພັນຊາວ​ໜຸ່ມ ກຳປູ​ເຈຍ Hun Ma Ny ​ເນັ້ນ​ໜັກ​ວ່າ: ຈຸດປະສົງສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​​ແນ​ໃສ່​ຍົກ​ສູງ​ບົດບາດ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ໃນ​ການ​ປັບປຸງ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ ​ແລະ ສ້າງ​ກາລະ​ໂອກາດ​ຕິດ​ພັນ​ລະຫວ່າງບັນດາ​ວິ​ສາ​ຫະກິດ​ໜຸ່ມ​ແລກປ່ຽນ​ຄຳ​ເຫັນ ​ແລະ ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່​ແຕ່ລະ​ປະ​ເທດ ກ້າວ​ໄປ​ເຖິງ​ຈະ​ສ້າງ​ຕັ້ງ​ບັນດາ​ໂຄງການ​ຮ່ວມ​ມື​ລວມລະຫວ່າງບັນດາ​ວິ​ສາ​ຫະກິດ​ໜຸ່ມ 3 ປະ​ເທດ.

 

 

ຂ່າວ/ບົດ​ອື່ນ