ຊາວໜຸ່ມຫວຽດນາມຢູ່ລາວເສີມຂະຫຍາຍມູນເຊື້ອຮັກແພງຊ່ວຍເຫຼືອກັນ

ຊາວໜຸ່ມຫວຽດນາມຢູ່ລາວເສີມຂະຫຍາຍມູນເຊື້ອຮັກແພງຊ່ວຍເຫຼືອກັນ - ảnh 1
ຊາວໜຸ່ມ ຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອ
ຮັກແພງຊ່ວຍເຫຼືອກັນ (ພາບ: vietnam+)

(vovworld) – ​​ ຕອນ​ຄ່ຳ​ວັນ​ທີ 19/12 ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ, ການ​ແຂ່ງຂັນ​ກິລາບານ​ເຕະ​ຊາວ​ໜຸ່ມ ຫວຽດນາມ ຢູ່ ລາວ ຄັ້ງ​ທີ 2 ​ໄດ້​ອັດ​ລົງ ພາຍຫລັງແຂ່ງຂັນ​ມາ​ເປັນ​ເວລາ 4 ອາທິດ. ຈຸດ​ໃໝ່​ຂອງ​ການ​ແຂ່ງຂັນ​ໃນ​ປີ​ນີ້ ນອກຈາກ​ການ​ແຂ່ງຂັນ​ກິລາ​ ເພື່ອ​ເພີ່ມທະວີ​ຄວາມ​ສາມັກຄີ, ສະໜິດ​ຕິດ​ພັນ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ໃນ​ປະຊາ​ຄົມ, ຄະນະ​ຈັດ​ຕັ້ງ ຍັງ​ຮຽກຮ້ອງ​ປະກອບ​ທຶນ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວກຸສົນ ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອບັນດາ​ຜູ້​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​​ເປັນພິ​ເສດ, ຄົນ​ພິການ​ໃນ​ປະຊາ​ຄົມ ກໍ​ຄື​ບັນດາ​ຜູ້​ທີ່​ມີຊາຕະ​ກຳອາພັບ ວຽງ​ຈັນ. ການ​ແຂ່ງຂັນ​ກິລາບານ​ເຕະ​ຊາວ​ໜຸ່ມ ຫວຽດນາມ ຢູ່ ລາວ ຄັ້ງ​ທີ 2 ສືບ​ຕໍ່​ຢືນຢັນ​ຄວາມ​ເຕີບ​​ໃຫຍ່​ເຂັ້ມ​ແຂງ​ຂອງ​ຂະ​ບວນການກິລາ​ກາຍຍະກຳ​ໃນ​ໝູ່ຊາວ​ໜຸ່ມ ຫວຽດນາມ ຢູ່ ລາວ ​ເວົ້າ​ລວມ ​ແລະ ​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ລາວ ​ເວົ້າ​ສະ​ເພາະ. ປະກອບສ່ວນ​ປົກ​ປັກ​ຮັກສາ, ​ເພີ່ມພູນ​ຄູນ​ສ້າງສາຍ​ພົວພັນ​ພິ​ເສດ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ