ຊາວໜຸ່ມອາສາສະໝັກເຂົ້າຮ່ວມການຍ່າງ“ຕໍ່ກຳລັງແຮງໄປໂຮງຮຽນ”
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 14/08, ຢູ່ເມືອງ 7, ນະຄອນໂຮ່ຈິມິນ, ມີນັກຮຽນ, ນັກສຶກສາ, ຊາວໜຸ່ມອາສາສະໝັກກວ່າ 5.000 ຄົນ ໄດ້ເຂົ້າຮ່ວມການຍ່າງສະໜັບສະໜູນການສ້າງກອງທຶນສຶກສາ “ຕໍ່ກຳລັງແຮງໄປໂຮງຮຽນ”. ລາຍການເພື່ອແນໃສ່ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ສ່ວນບຸກຄົນສືບຕໍ່ສະໜັບສະໜູນໃຫ້ກອງທຶນສຶກສາ “ຕໍ່ກຳລັງແຮງໄປໂຮງຮຽນ” ຂອງໄວໜຸ່ມ ແລະ ກອງທຶນສຶກສາຂອງສູນໜູນຊ່ວຍນັກຮຽນ, ນັກສຶກສານະຄອນ ເພື່ອແນໃສ່ຮ່ວມແຮງຮ່ວມໃຈໜູນຊ່ວຍບັນດານັກຮຽນ, ນັກສຶກສາທີປະສົບກັບຄວາມຫຍູ້ງຍາກສືບຕໍ່ໄປໂຮງຮຽນປະຕິບັດຄວາມໄຝ່ຝັນຂອງຕົນ. ທີ່ລາຍການ, ຄະນະຈັດຄັ້ງໄດ້ມອບທຶນສຶກສາໃຫ້ນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ 40 ກົນ, ພ້ອມກັບອຸປະກອນການຮຽນໃຫ້ນັກຮຽນຢູ່ບັນດາເມືອງຊອກນະຄອນ.