(vovworld) – ໃນເວລາ 18 ໂມງ ວັນທີ16/6, ພິທີອັດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກັມ 28) ປີ 2015 ໄດ້ດຳເນີນຢູ່ສະໜາມກິລາແຫ່ງຊາດ ສິງກະໂປ, ສິ້ນສຸດການແຂ່ງຂັນທາງການມາເປັນເວລາ 11 ວັນ. DJ ທີ່ມີຊື່ສຽງຂອງໂລກ Ferry Corsten ແລະ ບັນດານັກສິລະປິນທີ່ມີຊື່ສຽງຂອງ ສິງກະໂປ ຈະສະແດງທີ່ພິທີອັດ. ຄະນະຈັດຕັ້ງ ຊີເກັມ 28 ຈະມອບທຸງ ຊີເກັມ ໃຫ້ຜູ້ຕາງໜ້າຂອງ ມາເລເຊຍ, ປະເທດເຈົ້າພາບຈັດຕັ້ງ ຊີເກັມ 29 ໃນປີ 2017. ດ້ວຍຫຼຽນເງິນທີ່ຄ້ວາໄດ້ໃນຕອນເຊົ້າວັນທີ 16/6, ຢູ່ກິລາປະເພດບານສົ່ງສຳລັບໝູ່ຊາຍ, ຄະນະກິລາຫວຽດນາມ ຖືກຈັດອັນດັບທີ 3 ໃນຕາຕະລາງຈັດອັນດັບ, ຖັດຈາກຄະນະກິລາໄທ ແລະ ປະເທດເຈົ້າພາບ ສິງກະໂປ, ດ້ວຍຫຼຽນຄຳ 73 ຫຼຽນ, ຫຼຽນເງິນ 52 ຫຼຽນ ແລະ ຫຼຽນທອງ 60 ຫຼຽນ.