ຍົກສູງກຳລັງຄວາມສາມາດເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ ຫວຽດນາມ ແລະ ອາຊຽນ

ຍົກສູງກຳລັງຄວາມສາມາດເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ ຫວຽດນາມ ແລະ ອາຊຽນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເຈລະ​ຈາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ແກ່ ຫວຽດນາມ ​ແລະ ບັນດາ​ປະ​ເທດ ອາ​ຊຽນ
(ພາບ: trithucthoidai.vn)

(vovworld) - ​​ຕາມ​ທ່ານ​ນາງ ​ເຈີ່ນ​ທິມິນ​ຮ່າ, ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ສັງກັດ​ກະຊວງ​ຊັບພະຍາ​ກອນ ​ແລະ ສິ່ງ​ແວ​ດລ້ອມ ຫວຽດນາມ ​ແລ້ວ, ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ສະມາ​ຊິກຂອງ​ກຸ່ມ​ປະຕິບັດ​ງານ ອາ​ຊຽນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ ອາກາດ (AWGCC) ທີ່​ໄດ້​ເຊື່ອ​ໝັ້ນ, ມອບ​ວຽກ​ງານ​ປະຕິບັດ​ແຜນ​ຮ່າງ​ຍຸດ​ທະ​ສາດ​ຂອງ ອາ​ຊຽນ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລວມສຳລັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເຈລະ​ຈາ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ແກ່ ຫວຽດນາມ ​ແລະ ບັນດາ​ປະ​ເທດ ອາ​ຊຽນ, ​ໂດຍກະຊວງ​ຊັບພະຍາ​ກອນ ​ແລະ ສິ່ງ​ແວ​ດລ້ອມ ຫວຽດນາມ ສົມທົບ​ກັບ​ອົງການ​ພັດທະນາ ສປຊ (UNDP), ສະຖານທູດ ອັງກິດ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 2/10, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ Clair Etches, ຫົວໜ້າ​ຂະ​ແໜງ​ເພື່ອ​ຄວາມວັດທະນາ​ຖາວອນ ຂຶ້ນ​ກັບ​ສະຖານທູດ ອັງກິດ ​ປະຈຳ ຫວຽດນາມໃຫ້​ຮູ້​ວ່າ: ​ໄດ້ ​ແລະ ພວມ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາ​ຍາມ​ຂອງ ຫວຽດນາມ ​ໃນ​ການ​​ແກ້​ໄຂ​ການປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ເພື່ອ​ຮັບປະກັນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ແບບ​ຍືນ​ຍົງ. ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ຊ່ວຍ​ໃຫ້ ຫວຽດນາມ ກໍ່ຄື​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ​ ຮັບ​ຜົນສຳ​ເລັດ​ໃນ​ການເຈລະຈາ​ສາກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​, ຮັບປະກັນ​ກາລະ​ໂອກາດ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​​ໃໝ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ ອາກາດ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ