ຍົກສູງກຳລັງບົ່ມຊ້ອນດ້ານວິທະຍາສາດເຕັກໂນໂລຊີຮຽກຮ້ອງຕ້ອງມີຄວາມມານະພະຍາຍາມເປັນພິເສດ
(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ)
(vovworld)- “ປະຊາຄົມນັກວິທະຍາສາດຫວຽດນາມ, ໃນນັ້ນມີ ຂະແໜງຟີຊິກ ຄວນມານະພະຍາຍາມກ່ວາອີກ, ດ້ວຍການກະທຳແທດຈິງ ໃນການຄົ້ນຄ້ວາ, ສິດສອນ ປະກອບສ່ວນນຳກຳລັງບົ່ມຊ້ອນ ດ້ານວິທະຍາສາດເຕັກໂນໂລຊີຂອງປະເທດ ໃຫ້ພັດທະນາຢ່າງບຸກທະລຸ”. ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເນັ້ນໜັກສິ່ງດັ່ງກ່າວ ທີ່ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມຟີຊິກຫວຽດນາມ ຄົບຮອບ 50 ປີ ແລະ ເປີດກອງປະຊຸມປຶກສາຫາລືຟີຊິກທົ່ວປະເທດ ຄັ້ງທີ 8, ດຳເນີນໃນຕອນເຊົ້າ ວັນທີ 6/11 ຢູ່ຮ່າໂນ້ຍ. ຕາມ ທ່ານ ຮອງນາຍົກລັດຖະມົນຕີ, ໃນ 50 ປີ ຜ່ານມາ, ພ້ອມກັບປະຊາຄົມບັນດານັກວິທະຍາສາດຟີຊິກ, ສະມາຄົມຟີຊິກຫວຽດນາມ ໄດ້ມີບັນດາປະກອບສ່ວນທີ່ໜ້າເອກອ້າງທະນົງໃຈທີ່ສຸດ ເຂົ້າໃນພາລະກິດພັດທະນາວິທະຍາສາດ, ການສຶກສາ ເວົ້າສະເພາະ ແລະ ການສ້າງສາ, ປົກປັກຮັກສາປະເທດຊາດ ເວົ້າລວມ. ມີຫຼາຍໂຄງການຄົ້ນຄ້ວາ ຂອງບັນດານັກວິທະຍາສາດຟີຊິກຫວຽດນາມ ໄດ້ຖືກໝູນໃຊ້, ຜັນຂະຫຍາຍ ໃນການສູ້ຮົບຢ່າງມີປະສິດທິຜົນທີ່ສຸດ, ກາຍເປັນຄວາມເອກອ້າງທະນົງໃຈ ຂອງກອງທັບປະຊາຊົນຫວຽດນາມ.
ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ໂລກ ປັດຈຸບັນນີ້ ມີອຸປະກອນຜະລິດຕະພັນເຕັກໂນໂລຊີຮັບໃຊ້ໃໝ່ຫຼາຍທີ່ສຸດ ແມ່ນລ້ວນແຕ່ອີງໃສ່ບັນດາການປະດິດໃໝ່ ຂອງວິທະຍາສາດພື້ນຖານ, ສ່ວນຫຼາຍມ່ນກ່ຽວຂ້ອງເຖິງບັນດາກົດເກນ ຂອງຟີຊິກ. ດັ່ງນັ້ນອະນາຄົດ ຂອງປະເທດ ຈຳເປັນຕ້ອງມີການການປະກອບສ່ວນບໍ່ໜ້ອຍ ຂອງປະຊາຄົມວິທະຍາສາດ, ໃນນັ້ນມີວົງການວິທະຍາສາດຟີຊິກ, ສະມາຄົມຟີຊິກຫວຽດນາມ.