(ພາບປະກອບ)
(vovworld) – ຕາມກົມໃຫຍ່ສະຖິຕິແລ້ວ, ໄລ່ຮອດທ້າຍເດືອນ 1, ວົງເງິນສົ່ງອອກສິນຄ້າຂອງ ຫວຽດນາມ ບັນລຸເກືອບ 14 ຕື້ USD, ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບາງປະເພດສິນຄ້າພາຍໃນປະເທດບັນລຸວົງເງິນສົ່ງອອດສູງພໍສົມຄວນຄື: ໂທລະສັບ ແລະ ເຄື່ອງອາໄຫຼ່; ເອເລັກໂຕນິກຄອມພິວເຕີ. ຈີນ ຍັງແມ່ນຕະຫລາຍນຳເຂົ້າໃຫຍ່ສຸດ ດ້ວຍວົງເງິນຄາດວ່າ ບັນລຸ 4,4 ຕື້ USD, ຖັດມາແມ່ນ ອາຊຽນ, ຍີ່ປຸ່ນ, ສະຫະພາບ ເອີລົບ…ຕາມທ່ານນາງ ເລທິມິງ ຖູຍ ຫົວໜ້າກົມສະຖິຕິການຄ້າ ແລະ ການບໍລິການ, ກົມໃຫຍ່ສະຖິຕິ ແລ້ວ:
“ວິສາຫະກິດຄວນເພີ່ມທະວີກຳລັງແກ່ງແຍ້ງ, ເພີ່ມທະວີການຮ່ວມສຳພັນ, ຮ່ວມທຸລະກິດຜະລິດພາຍໃນປະເທດ ເພື່ອຍົກສູງອັດຕາສ່ວນໃນລະບົບມູນຄ່າທົ່ວໂລກຂອງສິນຄ້າແຕ່ລະໝວດ. ຕ້ອງມີບັນດາແຜນການຢ່າງຈະແຈ້ງ, ສຳລັບສິນຄ້າແຕ່ລະໝວດ ແລະ ສຳລັບບັນດາສັນຍາ FTA ພວກເຮົາຖືວ່າ: ວິສາຫະກິດ ຄວນມີຂໍ້ມູນຂ່າວຢ່າງລະອຽດ. ພິເສດ, ບົດບາດຂອງບັນດາສະຫະສະມາຄົມຂະແໜງສິນຄ້າແມ່ນສຳຄັນທີ່ສຸດ ເພື່ອເຮັດແນວໃດ ວິສາຫະກິດ ສາມາດຄາດນະເນລ່ວງໜ້າໄດ້ບັນດາສິ່ງທ້າທາຍ ກໍ່ຄືກາລະໂອກາດ ແລະ ຍົກສູງກຳລັງແກ່ງແຍ້ງຂອງຕົນ.ນັ້ນແມ່ນບັນດາປັດໃຈສຳຄັນໃນການເພີ່ມທະວີການສົ່ງອອກ”.