ຍົກສູງຄຸນນະພາບ ວຽກງານກວດກາ ຕີລາຄາເອກະສານນິຕິກຳ

ຍົກສູງຄຸນນະພາບ ວຽກງານກວດກາ ຕີລາຄາເອກະສານນິຕິກຳ  - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 14/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ສະພາບ​ຕົວ​ຈິງ ​ແລະ ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ກວດກາ​ຕີ​ລາຄາ​ເອກະສານ​ນິຕິ​ກຳ​ຂອງ​ກະຊວງ​ຍຸຕິ​ທຳ. ນັບ​ແຕ່​ຕົ້ນ​ປີ 2009 ມາ​ຮອດ​​ເດືອນ 6 ປີ​ນີ້, ກະຊວງ​ຍຸຕິ​ທຳ​ໄດ້​ກວດກາ​ຕີ​ລາຄາ​ຮ່າງ​ເອກະສານ​ນິຕິ​ກຳ​ຫຼາຍ​ສົມຄວນ, ປະກອບສ່ວນ​ຊ່ວຍ​ລັດຖະບານ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ກົດໝາຍ, ລັດຖະບັນ​ຢັດ​ໃນ​ແຕ່ລະ​ປີ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ເອກະສານ, ຜົນ​ສັກສິດ ​ແລະ ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ. ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ກວດກາ​ຕີ​ລາຄາ​ເອກະສານ​ນິຕິ​ກຳ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ​ເຈິ່ນຕ໋ຽນຢູງ, ຫົວໜ້າ​ຫ້ອງການ​ກະຊວງ​ຍຸຕິ​ທຳ, ຖື​ວ່າ:

“ທີ່​ໜຶ່ງ​ແມ່ນ​ສ້າງ ​ແລະ ປະກາດ​ໃຊ້​ລະບຽບ​ການ​ສົມທົບ​ລະຫວ່າງ​ບັນດາຫົວໜ່ວຍ​ທີ່ກ່ຽວຂ້ອງ​ເຖິງ​ວຽກ​ງານ​ກວດກາ​ຕີ​ລາຄາ​ເອກະສານ​ນິຕິ​ກຳ ​ແລະ ຫົວໜ່ວຍ​ກ່ຽວຂ້ອງ ​ເພື່ອກວດກາ​ລະບຽບ​ການ​ດ້ານ​ບໍລິຫານ, ຕິດຕາມ​ສະພາບ​ການ​ດ້ານ​ກົດໝາຍ, ກວດກາ​ເອກະສານ​ນິຕິ​ກຳ ​​ແນ​ໃສ່​ສ້າງ​ຂັ້ນ​ຕອນ​ຮຽບຮ້ອຍ​ຈາກ​ຂອດ​ເລີ່​ມກວດ​ກາ​ເຖິງ​ສິ້ນ​ສຸດ​ການ​ກວດກາ. ທີ​ສອງ​ແມ່ນກວດຄືນ, ​ແບ່ງ​ກຳນົດ​ບົດບາດ, ໜ້າ​ທີ່​ຂອງ​ຫົວໜ່ວຍ​ສ້າງ​ກົດໝາຍ​ທີ່​ຂຶ້ນ​ກັບ​ກະຊວງ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ແບ່ງ​ງານ​ໃຫ້​ບັນດາ​ຫົວໜ່ວຍ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ, ປະກອບ​ຄວາມ​ເຫັນ​ກວດກາ​ຕີ​ລາຄາ, ​ແກ້​ໄຂ​ສະພາບ​ຊ້ອນ​ກັນ​ຄື​ໃນ​ປະ​ຊຸ​ບັນ. ທີ​ສາມ​ແມ່ນ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ຮັບ​ເອົາ​ສຳ​ເນົາ​ຕິດ​ຕາມ, ຊຸກຍູ້​ການ​ກວດກາ​ຕີ​ລາຄາ​ເອກະສານ​ນິຕິ​ກຳ“.

ຂ່າວ/ບົດ​ອື່ນ