ຍົກສູງຄຸນນະພາບພະຍາກອນອຸຕຸນິຍົມອຸທົກກະສາດ

ຍົກສູງຄຸນນະພາບພະຍາກອນອຸຕຸນິຍົມອຸທົກກະສາດ - ảnh 1
ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ
10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບປະກອບ)

(vovworld) – ​​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 5/11, ບັນດາ​ສະມາ​ຊິກ​ສະພາ​ແຫ່ງຊາດ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍອຸຕຸນິຍົມ​ອຸ​ທົກ​ກະສາ​ດ. ຮ່າງ​ກົດໝາຍ​ວ່າ​ດ້ວຍອຸຕຸນິຍົມ​ອຸ​ທົກ​ກະສາ​ດ ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ເປັນ​​ຮຽບຮຽງ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃນ​ຮ່າງ​ກົດໝາຍ​ຕ້ອງ​ຍົກ​ອອກ​ມາດຖານ ​ເພື່ອ​ພະຍາກອນ ອຸຕຸນິຍົມ​ອຸ​ທົກ​ກະສາ​ດ​ໃຫ້​ຊັດ​ເຈນ, ພ້ອມ​ທັງ ​ຕ້ອງ​ມີ​ມາດ​ຕະການ​ລົງ​ໂທດ​ການ​ຕຳ​ໜິຢ່າງ​ເຄັ່ງ​ຄັດສຳລັບການ​ພະຍາກອນອຸຕຸນິຍົມ​ອຸ​ທົກ​ກະສາ​ດບໍ່​​ຊັດ​ເຈນ. ສະມາຊິກ​ສະພາ​ແຫ່ງ​ຊາດ ບາງ​ທ່ານ ຮຽກຮ້ອງ​ໃນ​ຮ່າງ​ກົດ​ໝາຍ​ສື​ບຕໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ລະບອບ​ເກືອ​ກູນ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່ມີ​ຄຸນ​ນະພາ​ບສູງ​​ເຮັດ​ວຽກໃນ​ຂົງ​ເຂດ ອຸຕຸນິຍົມ​ອຸ​ທົກ​ກະສາ​ດ, ພິ​ເສດ​​ແມ່ນຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼິກ, ​ເຂດຊາຍ​ແດນ ​ແລະ ໝູ່​ເກາະ.

        ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 5/11, ທ່ານ​ ດິງຕ໋ຽນຢຸງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ, ​ໄດ້​ຮັບ​ມອບສິດ​ຈາກ​ທ່ານ​ນາຍົກລັດຖະມົນຕີ ​ໄດ້​ລາຍ​ງານ​ໃບ​ສະ​ເໜີ ສະ​ເໜີ​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນ​ອະນຸສັນຍາ ສະບັບປັບປຸງ​ສັນຍາ​ສ້າງ​ຕັ້ງ​ອົງການ​ການ​ຄ້າ​ໂລກ (WTO).

ຂ່າວ/ບົດ​ອື່ນ