ຍົກສູງປະສິດທິຜົນການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປຊຊ

ຍົກສູງປະສິດທິຜົນການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປຊຊ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13

(vovworld)-​​ຕອນ​ບ່າຍ​ວັນ​ທີ 21/10, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຄື່ອ​ນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ. ນີ້​ແມ່ນ​ຮ່າງ​ກົດ​ໝາຍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ພິ​ເສດ​ແມ່ນ​ບັນ​ດາ​ເນື້ອ​ໃນ​ຄື: ຕິດ​ຕາມກວດ​ກາ​ເອ​ກະ​ສານນ​ິ​ຕິ​ກຳ​ຫລື​ຕິດ​ຕາມກວດ​ກາ​ເອ​ກະ​ສານ, ການ​ຊັກ​ຖາມ ແລະ ພິ​ຈາ​ລະ​ນາ​ການ​ຕອບ​ຄຳ​ຊັກ​ຖາມ, ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ແລະ ປ່ອນ​ບັດ​ໄວ້​ວາງ​ໃຈ. ທ່ານ ຮີ່ງ​ເຫງ້ຍ, ສ​ສ​ຊ ນະ​ຄອນ ດາ​ຫນັງ ປະ​ກອບ​ຄຳ​ເຫັນ​ວ່າ:

        “ເພື່​ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຕິດ​ຕາ​ມກວດ​ກາ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຂ້າ​ພະ​ເຈົ້າ​ສະ​ເຫນີ​ບັນ​ດາ​ຜູ້ຖືກ​ຊັກ​ຖາມ ບໍ່​ໄດ້​ມອບ​ສິດ​ໃຫ້ຜູ້​ອື່ນ​ຕອບ​ຄຳ​ຊັກ​ຖາມ. ສ​ສ​ຊ, ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ ຊັກ​ຖາມຜູ້​ໃດ, ຜູ້ນັ້ນ ຕ້ອງ​ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ. ຜ່ານນັ້ນ ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ດີ​ສຸດ ເພື່ອ​ບໍ​ລິ​ຫານ​ປະ​ເທດ​ຊາດ, ຂະ​ແຫນງ, ທ້ອງ​ຖິ່ນ​ຂອງ​ຕົນໃຫ້​ພັດ​ທະ​ນາ​ດີກວ່າ.”

 

ຂ່າວ/ບົດ​ອື່ນ