ຍົກສູງປະສິດທິຜົນການເຊື່ອມໂຍງແລະຊຸກຍູ້ການຮ່ວມມືໃຕ້-ໃຕ້

ຍົກສູງປະສິດທິຜົນການເຊື່ອມໂຍງແລະຊຸກຍູ້ການຮ່ວມມືໃຕ້-ໃຕ້ - ảnh 1
(ກອງ​ປະ​ຊຸມໂຕະ​ມົນ​ໜູ​ນ​ຊ່ວຍ​ການ​ເຊື່ອມ​ໂຍງ
​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ໃໝ່)

(vovworld) - ວັນ​ທີ 17/06, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ສົມ​ທົບ​ກັບ​ອົງ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ (UNDP) ຈັດ​ຕັ້ງ​ກອງ​ປະ​ຊຸມ​ໂຕະ​ມົນ​ກ່ຽວ​ກັບ “ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ໃໝ່: ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ການ​ເຊື່ອມ​ໂຍງ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ໃຕ້-ໃຕ້”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ບຸຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄດ້ຢື​ນ​ຢັນ​ແຜ​ນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂ​ອງ​ຫວຽດ​ນ​າມ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ, ເລິ​ກ​ເຊິ່ງ, ກວ້າງ​ຂວາງ​ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ​​ຖືການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ສາ​ກົນ​ແມ່ນ​ຈຸດ​ສຸມ. ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ຫວຽດ​ນາມ ຈະ​ເຮັດ​ໃຫ້​ການ​ເຊື່ອມ​ໂຍງ​ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ງົບ​ - ວັດ​ທະ​ນະ​ທຳ​ສັງ​ຄົມໃຫ້​ເລິກ​ເຊິ່ງກວ່າ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ສາ​ກົນ. ​ໂດຍແມ່ນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ, ຍາມ​ໃດຫວຽດ​ນາມ ກໍ​ຖືກ​ານ​ຮ່ວມ​ມື​ໃຕ້ - ໃຕ້​ເປັນ​ສຳ​ຄັນ ແລະ ​ໃນຄວາມ​ສາ​ມາດ​ຂອງ​ຕົນ, ​ຫວຽດ​ນາມ ພ້ອມ​ແລ​້ວ​ທີ່​ຈະ​ສວ​ມ​ບົດ​ບ​າດ​ຕັ້ງ​ໜ້າກວ່າ​ອີກ ເພື່ອ​ຊຸກຍ​ູ້​ການ​ຮ່ວມ​ມື​ໃຕ້ - ໃຕ້, ແບ່ງ​ປັນ​ບົດ​ຮຽນ​ຂອງ​ຕົນ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່, ​ການພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

        ສ່ວນ​ທ່ານ​ນາງ Pratibha Mehta, ຜູ້​ປະ​ສານ​ງານ​​ສະຫະ​ປະ​ຊາ​ຊາດ​ປະ​ຈຳ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ, ການ​ເຊື່ອ​ມ​ຍົງ​ເຂົ້າ​ກັບ​​ສາ​ກົນ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ກ​ໍ່​ຄື​​ທີ່​ຕັ້ງ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ. ພິ​ເສດແມ່ນ, ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍພັດ​ທະ​ນາ​ແບບ​ຍື​ນ​ຍົງ (MDGs) ແມ່ນ​​ບັນ​ດາບົດ​ຮຽນ​ອັນ​ລຳ​ຄ່າ, ຄວ​ນ​ໄດ້​ຮັບ​ການ​ແບ່ງ​ປັນ​ກັບ​ປະ​ເທດ​ຕ່າງໆ, ໂ​ດ​ຍ​ສະ​ເພາະ​ແມ່ນ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.

        ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸຍ​ແທງ​ເຊີນ ໃຫ້​ຮູ້​ວ່າ, ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຈະ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ປະ​ກອບ​ສ່ວນ​ຊ່ວຍ​ຫວຽດ​ນາມ ເປີ​ດກວ້າງ​ການ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ສາ​ກົນ ແນ​ໃສ່​ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ໂດຍ​ສະ​ເພາະ​ແມ່ນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTAs) ລຸ່ນ​ໃໝ່ ແລະ ຊຸກ​ຍູ້​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ການ​ຮ່ວມ​ມື​ໃຕ້ - ໃຕ້.

ຂ່າວ/ບົດ​ອື່ນ