ຍົກສູງປະສິດທິຜົນວຽກງານໜູນຊ່ວຍດ້ານນິຕິກຳໃຫ້ວິສາຫະກິດໃນສະພາບການເຊື່ອມໂຍງ
ພາບປະກອບ
|
(vovworld) - ການເຈລະຈາດ້ວຍຫົວຂໍ້ວ່າ “ຍົກສູງປະສິດທິຜົນວຽກງານໜູນຊ່ວຍດ້ານນິຕິກຳໃຫ້ວິສາຫະກິດ“ ຖືກຈັດຂຶ້ນໃນຕອນເຊົ້າວັນທີ 16/6, ຢູ່ຮ່າໂນ້ຍ. ຢູ່ທີ່ນີ້, ບັນດາຜູ້ແທນຖືວ່າ: ເພື່ອເຮັດໃຫ້ວຽກງານໜູນຊ່ວຍດ້ານນິຕິກຳນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ປະຊາຄົມວິສາຫະກິດ, ພິເສດແມ່ນໃນທ່າອ່ຽງເຊື່ອມໂຍງປະຈຸບັນນີ້, ຄວນເພີ່ມທະວີວຽກງານບຳລຸງສ້າງຄວາມຮູ້ດ້ານກົດໝາຍໃຫ້ແກ່ວິສາຫະກິດ, ຈັດຕັ້ງການເຄື່ອນໄຫວກ່າວເຕືອນວິສາຫະກິດປະຕິບັດກົດໝາຍ… ທ່ານ ໂຕຮ່ວາຍນາມ, ຮອງປະທານ, ທັງເປັນເລຂາສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ, ຖືວ່າ:
“ຕ້ອງເຮັດໃຫ້ບັນດາວິສາຫະກິດເຂົ້າໃຈໄດ້ວ່າ, ຄວາມເອົາໃຈໃສ່ເຖິງດ້ານນິຕິກຳ ແມ່ນບັນຫາເປັນຕາຍຂອງເຂົາເຈົ້າ, ເພື່ອໃຫ້ເຂົາເຈົ້າເອົາໃຈໃສ່ເຖິງບັນຫານີ້. ການໜູນຊ່ວຍດ້ານນິຕິກຳໃຫ້ແກ່ວິສາຫະກິດປະກອບສ່ວນເຮັດໃຫ້ການເຄື່ອນໄຫວບໍລິການຂອງລັດປອດໄສ. ໃນໄລຍະຈະມາເຖິງ, ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ ຈະເອົາໃຈໃສ່ຫຼາຍກວ່າເຖິງການຕິດຕໍ່ພົວພັນລະຫວ່າງບັນດາອົງການລັດກັບພະນັກງານສະມາຄົມ, ວິສາຫະກິດ, ປຶກສາຫາລື, ແບ່ງປັນນຳກັນ ເພື່ອໜູນຊ່ວຍດ້ານນິຕິກຳໃຫ້ແກ່ວິສາຫະກິດຢ່າງມີປະສິດທິຜົນ “.