ຍົກສູງສະຕິປ່ຽນໃໝ່, ຫົວຄິດປະດິດສ້າງຂອງກຳລັງນັກທຸລະກິດໜຸ່ມ

ຍົກສູງສະຕິປ່ຽນໃໝ່, ຫົວຄິດປະດິດສ້າງຂອງກຳລັງນັກທຸລະກິດໜຸ່ມ - ảnh 1
​ການ​ໂອ້​ລົມ​ສົນທະນາ: “ນັກທຸລະກິດ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ
ກໍ່ສ້າງ​ປະ​ເທດ​ຊາດ: ປ້ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ“
(ພາບ: enternews.vn)


(vovworld) - ວັນ​ທີ 8/8, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ສູນ​ກາງ​ນັກທຸລະກິດ​ໜຸ່ມ​ຫວຽດນາມ. ສະ​ໂມ​ສອນ ຊາວ​ດໍ (ດາວ​ແດງ) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ: “ນັກທຸລະກິດ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ ກໍ່ສ້າງ​ປະ​ເທດ​ຊາດ: ປ້ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ“ ຢູ່​ຮ່າ​ໂນ້ຍ. ຢູ່​ທີ່​ນີ້​ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ, ນັກ​ຄຸ້ມ​ຄອງ, ນັກທຸລະກິດ​ໜຸ່ມ ​ໄດ້​ພ້ອມ​ກັນ​ແບ່ງປັນ​ບັນດາ​ບັນຫາ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຢູ່​ວິ​ສາ​ຫະກິດ ກໍ່​ຄື​ບັນດາ​ຄວາມ​ເຫັນ​ປະກອບ, ສະ​ເໜີ​ກ່ຽວ​ກັບການ ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​​ຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ ກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ; ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ຄື: ບັນດາ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ຂອງ​ລັດ​ທີ່​ມີ​ຕໍ່​ບັນຫາປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​​ໃຫ້​ວິ​ສາ​ຫະກິດ; ບັນຫາ​ສຳ​ຜັກ​ກັບ​ແຫຼ່ງທຶນ, ບັນດາ​ໂຄງການ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​, ຫົວຄິດ​ປະດິດ​ສ້າງ​, ບັນດາ​ຄວາມ​ຫຍຸ້ງຍາກ​ສຳລັບ​ວິ​ສາ​ຫະກິດ ​ແລະ ການ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ.

ຂ່າວ/ບົດ​ອື່ນ