ການເສັງຍິງບັ້ງໄຟດອກສາກົນດ່ານັ້ງ 2012
(ພາບ: google.com.vn)
(vovworld) - ດ້ວຍຫົວຂໍ້ວ່າ ”ສີສັນດ່ານັ້ງ”, ການເສັງຍິງບັ້ງໄຟດອກສາກົນດ່ານັ້ງ 2012 ຖືກໄຂຂຶ້ນຢ່າງເປັນທາງການໃນຄຳ່ຄືນວັນທີ 29/4 , ດ້ວຍການເຂົ້າຮ່ວມຂອງ 5 ທິມ ທີ່ມາຈາກ ການນາດາ, ຈີນ, ຝລັ່ງ, ອີຕາລີ ແລະ ຫວຽດນາມ. ການເສັງຍິງບັ້ງໄຟດອກສາກົນດ່ານັ້ງ ປີນີ້ຈະດຳເນີນໃນວັນທີ 29 ແລະ 30/4. ໃນຄຳ່ຄືນວັນທີ 29/4 ມີ 3 ທິມເຂົ້າຮ່ວມການເສັງແມ່ນການາດາ, ຫວຽດນາມ ແລະ ຈີນ. ທິມການາດາຍິງບັ້ງໄຟດອກດ້ວຍຫົວຂໍ້ວ່າ ”ໄຕ້ແສງສະຫວ່າງໃນຍາມຄຳ່ຄືນດ່ານັ້ງ”, ທິມຫວຽດນາມ ເລືອກເຟັ້ນຫົວເລື່ອງຍ້ອງຍໍສັນລະເສີນປະເທດຊາດພາຍຫຼັງ 37 ປີ ແຫ່ງວັນປົດປ່ອຍ ແລະ ການພັດທະນາ, ສ່ວນທິມຈີນແມ່ນເລືອກເຟັ້ນເລື່ອງລາວທີ່ເວົ້າເຖິງຊີວິດສັນຕິພາບ ແລະ ຄວາມສະຫງົບສຸກ.