ຍຸດທະສາດພັດທະນາການສຳຫລວດອາວະກາດທາງໄກແຫ່ງຊາດ

(VOVWORLD) - ຍຸດທະສາດພັດທະນາການສຳຫລວດອາວະກາດທາງໄກຮອດປີ 2030, ວິໄສທັດຮອດປີ 2040 ໄດ້ຮັບການໃຫ້ສັດຕະຍາບັນຈາກນາຍົກລັດຖະມົນຕີ ດ້ວຍຈຸດໝາຍວ່າ:

ໄລຍະແຕ່ປັດຈຸບັນຮອດປີ 2030, ຈະເປັນເຈົ້າການເຕັກໂນໂລຊີຜະລິດດາວທຽມສຳຫລວດ ອາວະກາດທາງໄກ, ລະບົບສະຖານີຮັບ-ສົ່ງ, ແກ້ໄຂຖານຂໍ້ມູນການສຳຫລວດອາວະກາດທາງໄກ, ສະຖານີບັນຊາດາວທຽມສຳຫລວດອາວະກາດທາງໄກ, ລະບົບຖ່າຍຮູບໜ້າພຽງໜ່ວຍພິພົບຈາກບັນດາເຄື່ອງບິນບໍ່ມີຄົນຂັບ…ເພື່ອຕອບສະໜອງຄວາມຕ້ອງການໃນການຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

        ໜ້າທີ່ ແລະ ມາດຕະການແກ້ໄຂຂອງຍຸດທະສາດແມ່ນປັບປຸງລະບອບລະບຽບການ, ນະໂຍບາຍກົດໝາຍ, ມາດຕະຖານເຕັກນິກກ່ຽວກັບການສຳຫລວດອາວະກາດທາງໄກ. ຮອດປີ 2020, ຈະສຳເລັດບັນຊີລາຍຊື່ການບໍລິການພາລະກິດພາກລັດຂຶ້ນກັບຂົງເຂດສຳຫລວດອາວະກາດທາງໄກ ແລະ ມີກົນໄກແລກປ່ຽນ, ແບ່ງປັນຂໍ້ມູນ, ເອກະສານການສຳຫລວດອາວະກາດທາງໄກ; ເພີ່ມທະວີກຳລັງຄວາມສາມາດການຄຸ້ມຄອງແຫ່ງລັດກ່ຽວກັບການສຳຫລວດອາວະກາດທາງໄກ, ໃນນັ້ນ ສຸມໃສ່ບູລະນະການຈັດຕັ້ງກົງຈັກການຄຸ້ມຄອງລັດ ແລະ ຍົກສຸງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຄຸ້ມຄອງລັດກ່ຽວກັບການສຳຫລວດອາວະກາດທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ