ຍີ່​ປຸ່ນ ຢັ້ງ​ຢືນ​ຈະ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂອງ​​ທ່ານ​ທູດ​ພິ​ເສດ ອາ​ຊຽນ ປະ​ຈຳ​ມຽນ​ມາ ຢ່າງ​ສຸດ​ຂີດ

(VOVWORLD) - ວັນທີ 12 ສິງຫາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Toshimitsu Motegi ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດຜູ້ທີ 2 ຂອງ Brunei.
ຍີ່​ປຸ່ນ ຢັ້ງ​ຢືນ​ຈະ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂອງ​​ທ່ານ​ທູດ​ພິ​ເສດ ອາ​ຊຽນ ປະ​ຈຳ​ມຽນ​ມາ ຢ່າງ​ສຸດ​ຂີດ - ảnh 1

 ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ (ພາບ: AFP/TTXVN)

  ວັນທີ 12 ສິງຫາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Toshimitsu Motegi ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດຜູ້ທີ 2 ຂອງ Brunei,  ທ່ານ Erywan Yusof, ຜູ້ທີ່ຫາກໍ່ໄດ້ ອາຊຽນ ຄັດເລືອກເປັນທູດພິເສດ ຂອງອາຊຽນ ປະຈຳມຽນມາ.

 ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານ ເຫັນດີເປັນເອກະສັນ ຈະຮັກສາການຕິດຕໍ່ພົວພັນເປັນປະຈຳ ໃນໄລຍະເວລາທີ່ທ່ານ Erywan Yusof ຮັບຜິດຊອບບົດບາດເປັນທູດພິເສດ ອາຊຽນ ປະຈຳມຽນມາ. ນອກຈາກນັ້ນແລ້ວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Motegi ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການໄປຢ້ຽມຢາມ ມຽນມາ ໃນໄລຍະຈະມາເຖິງຂອງທ່ານ Erywan Yusof, ຊື່ງໃນນັ້ນ ມີເລື່ອງຊຸກຍູ້ການໂອ້ລົມສົນທະນາຄັ້ງຕ່າງໆ ກັບບັນດາຝ່າຍທີ່ກ່ຽວຂ້ອງຢູ່ປະເທດນີ້ໂດຍໄວ.

    ທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ ຍີ່ປຸ່ນ ຈະໜູນຊ່ວຍຢ່າງສຸດຂີດ, ດ້ວຍທຸກມາດຕະການທີ່ອາດຈະສາມາດເຮັດໄດ້ ສຳລັບການເຄື່ອນໄຫວຂອງທ່ານທູດພິເສດ ອາຊຽນ ປະຈຳມຽນມາ ເພື່ອແນໃສ່ຊ່ວຍແກ້ໄຂວິກິດການດ້ານການເມືອງຢູ່ປະເທດນີ້.




ຕອບກັບ

ຂ່າວ/ບົດ​ອື່ນ