ຍີ່ປຸ່ນ, ອາເມລິກາ ເຫັນດີເປັນເອກະພາບເລີ່ມເຄື່ອນໄຫວການເຈລະຈາ FTA

(VOVWORLD) - ວັນທີ 18 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີເປັນເອກະພາບເລີ່ມເຄື່ອນໄຫວຮອບເຈລະຈາໃໝ່ກ່ຽວກັບການຄ້າ ແລະ ການລົງທຶນ,
ຍີ່ປຸ່ນ, ອາເມລິກາ ເຫັນດີເປັນເອກະພາບເລີ່ມເຄື່ອນໄຫວການເຈລະຈາ FTA - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN )

ແມ່ນພາກສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມຫລຸດຜ່ອນການຂາດດຸ່ນການຄ້າຂອງ ອາເມລິກາ ກັບ ຍີ່ປຸ່ນ ເຊິ່ງທ່ານປະທານາທິບໍດີ Donald Trump ຖືວ່າ ແມ່ນຫລາຍໂພດສຳລັບປະເທດນີ້. ທ່ານປະທານາທິບໍດີ Donald Trump ກໍ່ໃສ່ໃຈວ່າ ອາເມລິກາ ຈະບໍ່ຍົກເວັ້ນບັນດາມາດຕະການຂຶ້ນພາສີສຳລັບບັນດາຜະລິດຕະພັນ ອາລູມີນຽມ ແລະ ເຫຼັກກ້າທີ່ນຳເຂົ້າຈາກ ຍີ່ປຸ່ນ ຈົນຮອດຍາມໃດທີ່ບັນລຸໄດ້ຂໍ້ຕົກລົງການຄ້າເສລີ 2 ຝ່າຍ. ທ່ານ Donald Trump ເນັ້ນໜັກວ່າ ທ່ານປາດຖະໜາຢາກມີຂໍ້ຕົກລົງການຄ້າ 2 ຝ່າຍກັບ ຍີ່ປຸ່ນ ຫລາຍກ່ວາທີ່ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຄືນໃໝ່; ປັດຈຸບັນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຊຶ່ງ ອາເມລິກາ ໄດ້ປະລະພາຍຫລັງທີ່ທ່ານ Donald Trump ຂຶ້ນກຳອຳນາດເມື່ອເດືອນ ມັງກອນ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ