ຍີ່​ປຸ່ນ, ອາ​ເມ​ລິ​ກາ​ສະ​ເຫຼີມ​ສະຫຼອງ 60 ປີ ແຫ່ງວັນ​ລົງ​ນາມສົນ​ທິ​ສັນ​ຍາ​ຄວາມ​ໝັ້ນ​ຄົງ, ຄຳ​ໝັ້ນ​ສັນ​ຍາ ປັບ​ປຸງ ​ສຳ​ພັນ​ທະ​ມິດ

(VOVWORLD) -ວັນທີ 19 ມັງກອນ ຍີ່ປຸ່ນ, ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາປັບປຸງສຳພັນທະມິດ ເພື່ອຮັບມືກັບສະພາບແວດລ້ອມແຫ່ງຄວາມໝັ້ນຄົງທີ່ພວມມີການຜັນແປທີ່ສັບສົນຢູ່ ພາກພື້ນ ອາຊີ - ປາຊີຟິກ.

ຍີ່​ປຸ່ນ, ອາ​ເມ​ລິ​ກາ​ສະ​ເຫຼີມ​ສະຫຼອງ 60 ປີ ແຫ່ງວັນ​ລົງ​ນາມສົນ​ທິ​ສັນ​ຍາ​ຄວາມ​ໝັ້ນ​ຄົງ, ຄຳ​ໝັ້ນ​ສັນ​ຍາ ປັບ​ປຸງ ​ສຳ​ພັນ​ທະ​ມິດ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump 

(ພາບ: Reuters)

ຄຳໝັ້ນສັນຍາໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກເນື່ອງໃນໂອກາດ ສະເຫຼີມສະຫຼອງ 60 ປີ ແຫ່ງວັນລົງນາມສົນທິສັນຍາໃນການຮ່ວມມື ແລະ ຄວາມໝັ້ນຄົງຊຶ່ງກັນແລະກັນ.

ສົນທິສັນຍາການຮ່ວມມື ແລະ ຄວາມໝັ້ນຄົງຊຶ່ງກັນແລະກັນທີ່ໄດ້ຮັບການລົງນາມໃນປີ 1960 ລະຫວ່າງລັດຖະບານ ຂອງ ທ່ານ Nobusuke Kishi ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານ Dwight Eisenhower ອະດີດປະທານາທິບໍດີ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ