ຍີ່ປຸ່ນ ແຕ່ງຕັ້ງເອກອັກຄະລັດຖະທູດ ຄົນໃຫມ່ ປະຈຳ ອາຊຽນ

ຍີ່ປຸ່ນ ແຕ່ງຕັ້ງເອກອັກຄະລັດຖະທູດ          ຄົນໃຫມ່ ປະຈຳ ອາຊຽນ - ảnh 1
ທ່ານ Kimihiro Ishikane ແລະ ທ່ານ​ເລຂາທິການ​​ໃຫຍ່
 ອາ​ຊຽນ ສຸຣີນ ພິດ​ສຸວັນ
ພາບຈາກ internet


(vovworld) - ວັນ​ທີ 13/3 ຍີ່ປຸ່ນ​ໄດ້​ແຕ່ງ​ຕັ້ງທ່າ​ນ Kimihiro Ishikane ​ເປັນ​ເອກ​ອັກຄະ​ລັດຖະທູດປະຈຳ ອາ​ຊຽນ ​ແທນ​ໃຫ້​ທ່ານ Takio Yamada ​ເອກ​ອັກຄະ​ລັດຖະທູດ​ຜູ້​ທຳ​ອິດ​ຂອງ​ປະ​ເທດ​ນີ້ ປະຈຳ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຮັບ​ສານ​ຕາ​ຕັ້ງ​ຂອງ​ທ່ານ Kimihiro Ishikane ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ ຢູ່ ຢາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ, ທ່ານ​ເລຂາທິການ​​ໃຫຍ່ ອາ​ຊຽນ ສຸຣີນ ພິດ​ສຸວັນ ​ໄດ້​ຊົມ​ເຊີຍ​ເລື່ອງ​ຍີ່​ປຸ່ນ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ Kimihiro Ishikane ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນດາ​ບົດຮຽນ​ອຸດົມ​ສົມບູນ​ຂອງ​ເພີ່ນ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ຍີ່ປຸ່ນ. ສ່ວນ​ທ່ານ Ishikane ​ໄດ້​ເນັ້ນຫນັກຄວາມສຳຄັນທາງດ້ານພູມີປະເທດ, ການເມືອງຂອງອາຊຽນທີ່​ມີ​ຕໍ່​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ຍີ່​ປຸ່ນ, ຢືນຢັນ​ຄວາມ​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ​ວັດ​ທະນາຖາວອນຂອງ​ທົ່ວ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ນັບ​ທັງ​ອາ​ຊຽນ ພ້ອມ​ທັງ​ໃຫ້​ຮູ້​ວ່າ:  ຍີ່ປຸ່ນ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ດຳ​ເນີນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ