ຍີ່ປຸ່ນ ແລະ ສ.ເກົາຫຼີ ເຫັນດີເຊື່ອມຕໍ່ການເຈລະຈາດ້ານປ້ອງກັນຄວາມສະຫງົບ

ຍີ່ປຸ່ນ ແລະ ສ.ເກົາຫຼີ ເຫັນດີເຊື່ອມຕໍ່ການເຈລະຈາດ້ານປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 04/04, ບັນດາ​ແຫຼ່ງຂ່າວ​ການ​ທູດຈາກຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ, 2 ປະ​ເທດ​ໄດ້​ເຫັນ​ດີ​ເຊື່ອມ​ຕໍ່​ການ​ເຈລະຈາດ້ານປ້ອງ​ກັນ​ຄວາມສະຫງົບຄືນ​ໃໝ່​ໃນ​ທ້າຍ​ເດືອນ 04 ນີ້, ພາຍ​ຫຼັກທີ່​ຖືກ​ໂຈະ​ໄວ​ມ​າ​ແຕ່​ດົນ​ນານ, ​ເພື່ອ​ແນ​ໃສ່​ປຶກສາ​ຫາລືກ່ຽວ​ກັບສະພາບ​ການ​ໃນ​​ແຫຼມ​ເກົາຫຼີ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ. ​ໃນ​ການ​ພົບ​ປະ​ຢູ່​ນະຄອນ​ຫຼ​ວງ​ເຊີ​ອູ​ນ, ປະ​ເທດສ.​ເກົາຫຼີ ​ເມື່ອ​ເດືອນ 03, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ 2 ປະ​ເທດ ​ໄດ້​​ເຫັນ​ດີ​ຈັດ​ຕັ້ງ​ການ​ເຈລະຈາ​​​ໃນ​ຈຸດ​ເວລາ​​ໄວ້​ສຸດທີ່​ສາມາດ​ເປັນ​ໄປ​ໄດ້. ຈຸດ​ສຸມ​ຂອງ​ການ​ເຈລະຈາ​ຄັ້ງຈະ​ມາ​ເຖິງ ອາດ​​ຈະແມ່ນ​ການ​ຕີລາຄາ​ຂອງ​ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ກ່ຽວ​ກັບ​ສະພາບ​ການ​ໃນປະຈຸ​ບັນ​ຢູ່ອາຊີ​ຕາ​ເວັນ​ອອກ ​ແລະ ຈຸດ​ທີ່​ຄ້າຍຄື​ກັນ​ໃນ​ຫຼັກ​ໝັ້ນ​ຂອງ 2 ປະ​ເທດ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ໃນ​ພາກ​ພື້ນ. ທ່ານ​ຫົວ​ໜ້າ​ກົມ​ອາຊີ - ທະ​ເລ​​ໂອ​ເຊ​ອາ​ນີ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Junichi Ihara ​ແລະ ທ່ານ​ຫົວໜ້າ​ກົມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ສັງກັດ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ Lee Sang Deok ອາດ​ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ນີ້.
ຂ່າວ/ບົດ​ອື່ນ