ຍີ່ປຸ່ນ ແລະ ຫວຽດນາມ ຮ່ວມມືພັດທະນາບັນດາຂະແໜງອາຊີບການບໍລິການ

ຍີ່ປຸ່ນ ແລະ ຫວຽດນາມ ຮ່ວມມືພັດທະນາບັນດາຂະແໜງອາຊີບການບໍລິການ - ảnh 1
(ພາບປະກອບ)

(vovworld) -     ​ໃນ​ລະຫວ່າງ​ວັນ​ທີ 11 – 14/11, ຄະນະນັກທຸ​ລະ​ກິດ​ວິ​ສາ​ຫະກິດ​ໃຫຍ່​ກວ່າ​ໝູ່ຂອງ​ຍີ່ປຸ່ນ, ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຍີ່ປຸ່ນ (METI) ​ແລະ ໜັງສືພິມ Mainichi ນຳ​ໜ້າ, ​ໄດ້ມາ​ຫວຽດນາມ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຫວຽດນາມ, ພ້ອມ​ທັງ​ກະກຽມ​ການ​ຜັນ​ຂະຫຍາຍ​ໂຄງການ Cool Japan ຂອງ METI ຢູ່​ຫວຽດນາມ. ຕາມ​ທ່ານ Naoyuki Kawagoishi, ຮອງ​ຜູ້ອຳນວຍການ​ໂຄງການ Cool Japan ​ແລ້ວ, Cool Japan ​ແມ່ນ​ໂຄງການ​ນຳ​ບັນດາ​ຜະລິດ​ຕະພັນ, ​ຂະ​ແໜງ​ອາຊີບ, ​ເຕັກ​ນິດ​​ຍອດ​ຢ້ຽມ​ທີ່​ສຸດ​ຂອງ​ຍີ່ປຸ່ນ ອອກ​ສູ່​ໂລກ. ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ຈະ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ເພື່ອ​ຂາຍ​ຜະລິດ​ຕະພັນ​ຂອງ​ຍີ່ປຸ່ນ ຢູ່​ປະ​ເທດ​ນັ້ນ ຕາມ​ມາດຖານ​ຕ່າງ​ຝ່າຍ​ຕ່າງປະ​ຜົນ​ປະ​ໂຫຍ​ດ. ທ່ານ Naoyuki Kawagoishi ກໍ​ໃຫ້​ຮູ້​ວ່າ ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ເຫັນ​ໄດ້​ຄວາມ​ສາມາດ​ບົ່ມຊ້ອນ​ຂອງ​ຮູບ​ແບບ​ການ​ບໍລິການຢູ່​ຫວຽດນາມ. ຍີ່ປຸ່ນ​ສາມາດ​ສົມທົບ​ກັບ​ຫວຽດນາມ ​ເພື່ອ​ເປີດ​ບັນດາ​ສູນ​ບຳລຸງ​ສ້າງ​ບານ​ເຕະ, ​ບານ​ສົ່ງ, ມວຍ, ຟິມຮູບ​ເງົາ…

ຂ່າວ/ບົດ​ອື່ນ