ເຮືອບິນຈີນຢູ່ມໍ່ກັບເຂດໝູ່ເກາະແຊນກາກຶ/ຕຽວອີ
(ພາບ: Reuters)
(vovworld)- ວັນທີ 23/11, ຍີ່ປຸ່ນ ອອກສຽງຄັດຄ້ານເລື່ອງ ຈີນສ້າງເຂດປ້ອງກັນອາກາດໃນທະເລຮວາຕຸງ ຢ່າງແຮງ, ຊື່ງແມ່ນບ່ອນທີ່ສອງປະເທດພວມພິພາດອະທິປະໄຕໃນເຂດໝູ່ເກາະແຊນກາກຶ/ຕຽວອີ້. ກະຊວງການຕ່າງປະເທດຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານຫົວໜ້າກົມອາຊີ-ປາຊີຝິກ, ສັງກັດກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ໂທລະສັບມາຫາທ່ານອັກຄະລັດຖະທູດຈີນ ປະຈຳຍີ່ປຸ່ນ ໂດຍເນັ້ນນັກວ່າ: ການກະທຳຂອງຈີນ ແມ່ນ “ອັນຕະລາຍທີ່ສຸດ“ ແລະ “ອາດຈະພາໄປເຖິງເຫດການທີ່ບໍ່ສາມາດຄາດຄະເນໄດ້“, ເຮັດໃຫ້ເພີ່ມສະພາບຄວາມເຄັ່ງຕຶງໃນປະຈຸບັນໃນການພົວພັນລະຫວ່າງສອງປະເທດ. ທ່ານຊີ້ແຈງວ່າ: “ບໍ່ຮັບຮູ້ເຂດປ້ອງກັນອາກາດໂດຍຈີນ ສ້າງຕັ້ງຂຶ້ນ ຍ້ອນມັນລວມມີເຂດໝູ່ເກາະແຊນກາກຶ ໂດຍໂຕກຽວ ຄວບຄຸມ“.
ກ່ອນໜ້ານັ້ນ, ຂ່າວສານຊີນຮວາ ໄດ້ໃຫ້ຂ່າວວ່າ: ວັນທີ 23/11, ກະຊວງປ້ອງກັນປະເທດຈີນ ປະກາດສ້າງເຂດຮັບຮູ້ປ້ອງກັນອາກາດບົນທະເລຮວາຕຸງ ແລະ ບັນດາຂໍ້ກຳນົດນຳໃຊ້ໃນເຂດນີ້.