ຍີ່ປຸ່ນຊ່ວຍຫວຽດນາມຕ້ານນ້ຳຖ້ວມ
(ຍີ່ປຸ່ນ ຈະຊ່ວຍຫວຽດນາມ ຕ້ານນ້ຳຖ້ວມ)
(vovworld) - ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໃຫ້ຮູ້ວ່າ, ຍີ່ປຸ່ນ ຈະຊ່ວຍຫວຽດນາມ ຕ້ານນ້ຳຖ້ວມ ຫາກບໍ່ຕ້ອງຈ່າຍເງິນລົງທຶນ. ໂຄງການຕ້ານນ້ຳຖ້ວມນີ້ປະຕິບັດຜ່ານຮູບການສ້າງຕັ້ງບັນດາວິສາຫະກິດຮ່ວມສຳພັນຍີ່ປຸ່ນ - ຫວຽດນາມ (SPC) ເພື່ອຜັນຂະຫຍາຍບັນດາກິດຈະກຳ ແລະ ຈະເລີ່ມປະຕິບັດຢູ່ນະຄອນໂຮ່ຈິມິນ ໃນປີ 2017 ດ້ວຍຍອດເງິນລົງທຶນປະມານ 221 ລ້ານ USD. ນອກຈາກໜູນຊ່ວຍໂຄງການໃຫ້ກູ້ຍືມທຶນດ້ວຍດອກເບ້ຍຕ່ຳແລ້ວ, JICA ຍັງເຂົ້າຮ່ວມບັນດາການເຄື່ອນໄຫວຂອງໂຄງການຄືດັ່ງວິສາຫະກິດພາກເອກະຊົນລົງທຶນດ້ານການເງິນ. ໂຄງການຜັນຂະຫຍາຍຢູ່ນະຄອນໂຮ່ຈິມິນ ຈະໄດ້ຮັບການປະຕິບັດຢູ່ເຂດຊຸມຊົນທີ່ເຄີຍຖືກນ້ຳຖ້ວມເປັນປະຈຳຢູ່ແຄມແມ່ນ້ຳ ໂຊງ່ອນ, ແມ່ນແຫ່ງບໍ່ມີຄັນຄູ ແລະ ເກືອບຄືວ່າບໍ່ມີລະບົບລະບາຍນ້ຳ.