ຍີ່ປຸ່ນຖືເປັນສຳຄັນການພົວພັນສອງຝ່າຍກັບຫວຽດນາມ

(VOVWORLD) -ເລື່ອງຍີ່ປຸ່ນໃຫ້ການຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ ມາຢ້ຽມຢາມທາງລັດຖະກິດໃນປີນີ້ ແມ່ນສະແດງໃຫ້ເຫັນວ່າ ຍີ່ປຸ່ນຖືເປັນສຳຄັນບົດບາດ, ທີ່ຕັ້ງຂອງຫວຽດນາມໃນພາກພື້ນກໍຄືໃນໂລກ
 ຍີ່ປຸ່ນຖືເປັນສຳຄັນການພົວພັນສອງຝ່າຍກັບຫວຽດນາມ - ảnh 1 ທ່ານ ຫງວຽນກັວກເກືອງ ເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸ່ນ

ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໃນລະຫວ່າງວັນທີ 29 ພຶດສະພາ - 2 ມິຖຸນາ, ນັກຂ່າວຂ່າວສານຫວຽດນາມປະຈຳຢູ່ໂຕກຽວ ໄດ້ມີການສຳພາດທ່ານ ຫງວຽນກັວກເກືອງ ເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸ່ນ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະ ແງ່ຫວັງໃນການຮ່ວມມືລະຫວ່າງຫວຽດນາມ-ຍີ່ປຸ່ນ. ທ່ານເອກອັກຄະລັດຖະທູດ ຫງວຽນກັວກເກືອງ ໃຫ້ຮູ້ວ່າ ການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ມີຄວາມໝາຍສຳຄັນຕໍ່ທັງສອງຝ່າຍ. ແຕ່ລະປີ, ຍີ່ປຸ່ນພຽງແຕ່ໃຫ້ການຕ້ອນຮັບແຕ່ 1 ຫາ 2 ຄະນະຜູ້ແທນມາຢ້ຽມຢາມທາງລັດຖະກິດເທົ່ານັ້ນ. ສະນັ້ນ, ເລື່ອງຍີ່ປຸ່ນໃຫ້ການຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ ມາຢ້ຽມຢາມທາງລັດຖະກິດໃນປີນີ້ ແມ່ນສະແດງໃຫ້ເຫັນວ່າ ຍີ່ປຸ່ນຖືເປັນສຳຄັນບົດບາດ, ທີ່ຕັ້ງຂອງຫວຽດນາມໃນພາກພື້ນກໍຄືໃນໂລກ ແລະ ຖືເປັນສຳຄັນການພັດທະນາການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ.

        ຕາມທ່ານເອກອັກຄະລັດຖະທູດ ຫງວຽນກັວກເກືອງ ແລ້ວ, ອາດເວົ້າໄດ້ວ່າ ປັດຈຸບັນການພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະພັດທະນາຢ່າງດີງາມທີ່ສຸດໃນປະຫວັດສາດ, ເຖິງຢ່າງໃດກໍຕາມ, ຍັງມີທ່າແຮງຫຼາຍຢ່າງເພື່ອສືບຕໍ່ພັດທະນາໃນໄລຍະຈະມາເຖິງ. ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນໃນບັນດາບັນຫາສັງຄົມ, ທ່ານ ເອກອັກຄະລັດຖະທູດ ຫງວຽນກັວກເກືອງ  ໃຫ້ຮູ້ວ່າ ສອງປະເທດໄດ້ແບ່ງປັນຜົນປະໂຫຍດຍຸດທະສາດໄປພ້ອມໆກັນໃນບັນດາບັນຫາພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນ ມີທັດສະນະຄ້າຍຄືກັນໃນບັນຫາທະເລຕາເວັນອອກ. ສອງຝ່າຍລ້ວນແຕ່ມີແຜນນະໂຍບາຍວ່າຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນາບຂູ່, ບໍ່ນຳໃຊ້ກຳລັງປະກອບອາວຸດ, ຕ້ອງອີງໃສ່ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982.


ຕອບກັບ

ຂ່າວ/ບົດ​ອື່ນ