ຍີ່ປຸ່ນປະກາດແຜນທີ່ພິສູດໃຫ້ເຫັນ Senkaku ຂຶ້ນກັບອະທີປະໄຕຂອງປະເທດນີ້

ຍີ່ປຸ່ນປະກາດແຜນທີ່ພິສູດໃຫ້ເຫັນ Senkaku ຂຶ້ນກັບອະທີປະໄຕຂອງປະເທດນີ້ - ảnh 1
ໝູ່​ເກາະ Senkaku/ຕຽວອີ
(ພາບ: TTXVN)

(vovworld) – ວັນ​ທີ 17/03, ສຳນັກ​ຂ່າວສານ Kyodo ຂອງ​ຍີ່ປຸ່ນ ​​ໃຫ້​ຂ່າວ​ວ່າ, ກະຊວງ​ການ​ຕ່າງປ​ະ​ເທດ​ຍີ່ປຸ່ນ ຫາ​ກໍ່ປະກາດ​ແຜນ​ທີ່ໃນ​ຊຸດ​ແຜນ​ທີ່​ເມື່ອ​ປີ 1969 ຂອງ​ລັດຖະບານ​ຈີນ, ​ໃນ​ນັ້ນ​​​​ໝູ່​ເກາະ Senkaku ​ຢູ່​ທະ​ເລ ຮວາ​ຕຸ​ງ ຖືກເຕື້ອງ​ເຖິງດ້ວຍ​ພາສາ​ຍີ່ປຸ່ນ. ນີ້​ແມ່ນ​ໝູ່​ເກາະ​ພວມ​ມີ​ການ​ຂັດ​ແຍ້​ງກັນໂດຍ​ໂຕ​ກຽວ ຄວບ​ຄຸມ, ​ແຕ່​ຝ່າຍ ປັກ​ກິ​ງ ກໍ່​ຖະ​ແຫຼງອະທິປະ​ໄຕ ​ແລະ ​ເອີ້ນ​ວ່າ ຕຽວ​ອີ. ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ,​ ຊຸດ​ແຜນ​ທີ່ດັ່ງກ່າວໄດ້​ຂຽນ​ຊື່​​ໝູ່​ເກາະ​ແຫ່ງ​ນີ້​ວ່າ “Senkaku”. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ພະຍານ​ຫຼັກ​ຖານ​ໃໝ່​ສຸດ​ສຳລັບ​ຄຳ​ຖະ​ແຫຼ​ງອະທິປະ​ໄຕ​ຂອງ​​ໂຕ​ກຽວ ທີ່​ວ່າ, ​ແຕ່​ດົນ​ນານ​ມາ​ແລ້ວໝູ່​ເກາະ​ Senkaku ​ໄດ້ຖືກ​ຖື​ວ່າ​ແມ່ນ​ຜືນ​ແຜ່ນ​ດິນ​ຂອງ​ຍີ່ປຸ່ນ. ການ​ຂັດ​ແຍ້​ງ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ Senkaku/ຕຽວອີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາທີ່​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ຈີນ ​ແລະ ຍີ່ປຸ່ນ ​ໃນ​ຕະຫຼອດ​ໄລ​ຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ