ຍີ່ປຸ່ນຢືນຢັນຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍODAໃຫ້ຫວຽດນາມ

ຍີ່ປຸ່ນຢືນຢັນຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍODAໃຫ້ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ແລະ ທ່ານລັດຖະມົນຕີ​
ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Nakane Kazuyuki
(ພາບ: nhandan.com.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 14/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Nakane Kazuyuki, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽ​ດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ຢືນຢັນ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ພ້ອມ​ກັບ​ ຍີ່ປຸ່ນ ສືບ​ຕໍ່​ມານະ​ພະຍາຍາມ​ນຳ​ການ​ພົວພັນ 2 ປະ​ເທດ​ໃຫ້ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ໃນ​ທຸກ​ຂົງ​ເຂດ, ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍດ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ ​ແລະ ປະກອບສ່ວນ​​ເພື່ອສັນຕິພາບ, ວັດ​ຖະນາ​ຖາວອນ​ຢູ່​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ຂອບ​ໃຈ ຍີ່ປຸ່ນ ທີ່​ໄດ້​ສະໜັບສະໜູນ​ແຫຼ່ງທຶນ ODA ​ໃຫຍ່ ​ແລະ ມີ​ປະສິດທິ​ຜົນ​ໃຫ້ ຫວຽດນາມ ​ໃນ​ຫຼາຍ​ປີຜ່ານມາ; ພ້ອມ​ທັງ​ສະ​ເໜີ ຍີ່ປຸ່ນ ສືບ​ຕໍ່​ໜູນ​ຊ່ວຍ, ພັດທະນາ ODA ຢ່າງ​ເປັນ​ທາງ​ການ​ໃຫ້​ແກ່ ຫວຽດນາມ ​ເພື່ອ​ພັດທະນາ​ໂຄ​ງປະກອບພື້ນຖານ​ໂຄງ​ລ່າງ​ເສດຖະກິດ-​ສັງຄົມ.

        ສ່ວນ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Nakane Kazuyuki ຢືນຢັນ​ວ່າ: ຍີ່ປຸ່ນ ຈະສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນຍາ ODA ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ຢ່າງ​ໝັ້ນຄົງ, ສ້າງ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ; ​ຮ່ວມ​ມື​ກັບ ຫວຽ​ດນາມ ​ໃນ​ຂົງ​ເຂດ​ອຸດສາຫະກຳ​ສຳຮອງ, ກະສິກຳ ​ແລະ ພັດທະນາ​ເຂດ​ຕົວ​ເມື​ອງ.

ຂ່າວ/ບົດ​ອື່ນ