ຍີ່​ປຸ່​ນ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຢີ​​ຜະ​ລິດໄຟ​ຟ້າ​ດ້​ວຍຂີ້ເຫຍື້ອ​ໄປ​ຍັງ ອ​າ​ຊ​ີ​ຕ​າ​ເວັນ​ອອກສ່ຽງ​ໃຕ້

(VOVWORLD) - ບັນດາຮາກຖານກຳຈັດ ຂີ້ເຫຍື້ອ ແລະ ຜະລິດໄຟຟ້າຈາກຂີ້ເຫຍື້ອຂອງຍີ່ປຸ່ນມີຄວາມສາມາດສະກັດກັ້ນສະພາບມົນລະພິດດ້ວຍການນຳໃຊ້ເຕັກນິກຈູດຂີ້ເຫຍື້ອໂດຍບໍ່ເຮັດໃຫ້ເກີດມົນລິພິດອາກາດ, ພ້ອມທັງຜະລິດໄຟຟ້າໄດ້ຈາກຄວາມຮ້ອນທີ່ກະຈາຍອອກຈາກວິວັດການຈູດຂີ້ເຫຍື້ອ.
ຍີ່​ປຸ່​ນ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຢີ​​ຜະ​ລິດໄຟ​ຟ້າ​ດ້​ວຍຂີ້ເຫຍື້ອ​ໄປ​ຍັງ ອ​າ​ຊ​ີ​ຕ​າ​ເວັນ​ອອກສ່ຽງ​ໃຕ້ - ảnh 1ຂີ້ເຫຍື້ອໄດ້ຮັບການແບ່ງປະເພດເພື່ອນຳໄປຜະລິດຄຶນໃໝ່ ຢູ່ Narashino, ແຂວງ Chiba, ຍີ່ປຸ່ນ (ພາບ: AFT/TTXVN) 

ກະຊວງສິ່ງແວດລ້ອມຍີ່ປຸ່ນໄດ້ສົມທົບກັບບາງທ້ອງຖິ່ນ ແລະ ວິສາຫະກິດປະເທດນີ້ເພື່ອໜູນຊ່ວຍບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ກໍ່ສ້າງບັນດາຮາກຖານ ກໍາຈັດ ແລະ ຜະລິດໄຟຟ້າຈາກຂີ້ເຫຍື້ອ. ນີ້ກໍ່ແມ່ນເປົ້າໝາຍສົ່ງອອກພື້ນຖານໂຄງລ່າງໃນຂົງເຂດສິ່ງແວດລ້ອມຂອງຍີ່ປຸ່ນ. ໂຄງການຮ່ວມມືນີ້ຄາດວ່າຮອດປີການເງິນ 2023 ຈະສ້າງໄດ້ນະຄອນແບບຢ່າງກ່ຽວກັບການກຳຈັດຂີ້ເຫຍື້ອ ແລະ ຜະລິດໄຟຟ້າຈາກຂີ້ເຫຍື້ອໄດ້ປະມານ 10 ນະຄອນ ເພື່ອແນໃສ່ຮັບມືກັບສະພາບມົນລະຜິດອາກາດ, ມົນລະພິດທາງທະເລ, ກໍ່ຄືເລື່ອງຂາດເຂີນໄຟຟ້າໃຊ້ນັບມື້ນັບຮ້າຍແຮງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດາຮາກຖານກຳຈັດ ຂີ້ເຫຍື້ອ ແລະ ຜະລິດໄຟຟ້າຈາກຂີ້ເຫຍື້ອຂອງຍີ່ປຸ່ນມີຄວາມສາມາດສະກັດກັ້ນສະພາບມົນລະພິດດ້ວຍການນຳໃຊ້ເຕັກນິກຈູດຂີ້ເຫຍື້ອໂດຍບໍ່ເຮັດໃຫ້ເກີດມົນລິພິດອາກາດ, ພ້ອມທັງຜະລິດໄຟຟ້າໄດ້ຈາກຄວາມຮ້ອນທີ່ກະຈາຍອອກຈາກວິວັດການຈູດຂີ້ເຫຍື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ