ຍີ່ປຸ່ນ,ອົດສຕາລີສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກແລະທະເລຮວາຕຸງ
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບ: AFP)
(vovworld) – ວັນທີ 14/11, ທີ່ການພົບປະຢູ່ນະຄອນ Antalya ຂອງຕວກກີ, ກ່ອນດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນອັນດັບໜຶ່ງໃນໂລກ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ຄູ່ຕຳແໜ່ງອົດສຕາລີທ່ານ Malcolm Turnbull ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວພຽງລຳພັງຝ່າຍດຽວຂອງຈີນ ຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ. ຕາມທ່ານນາຍົກລັດຖະມົນຕີ Shinzo Abe ແລ້ວ, ເລື່ອງບັນດາກໍ່າປັ່ນຂອງຈີນ ເຄື່ອນໄຫວ ໃນເຂດນ່ານນ້ຳຂອງຍີ່ປຸ່ນ ໃກ້ກັບໝູ່ເກາະ Senkaku ປະຈຸບັນຍີ່ປຸ່ນ ພວມຄວບຄຸມ ແຕ່ປັກກິງກໍຖະແຫຼງມີອະທິປະໄຕ ແລະ ເອີ້ມວ່າ ຕຽວອີ ພ້ອມກັບບັນດາການເຄື່ອນໄຫວກໍ່ສ້າງ, ຖົມດິນເປັນເກາະຢ່າງຜິດກົດໝາຍເຊິ່ງປັກກິງ ພວມດຳເນີນຢູ່ໝູ່ເກາະ ເຈື່ອງຊາ ແມ່ນຄວາມວິຕົກກັງວົນຢ່າງໃຫຍ່ຫຼວງໃນພາກພື້ນ. ສ່ວນທ່ານນາຍົກລັດຖະມົນຕີອົດສຕາລີ ກໍແບ່ງປັນຄວາມວິຕົກກັງວົນຂອງທ່ານ Abe ກ່ຽວກັບບັນດາບັນຫາໃນການເດີນທະເລ ທີ່ກ່ຽວຂ້ອງເຖິງຈີນ.