ຍີ່ປຸ່ນເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍກັບແບນຊິກແລະຝະລັ່ງ

ຍີ່ປຸ່ນເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍກັບແບນຊິກແລະຝະລັ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບອິນເຕີແນັດ)

(vovworld) - ວັນ​ທີ 03/05, ຢູ່​ນະຄອນຫລວງ Brussels ປະ​ເທດ ​ແບນ​ຊິ​ກ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ພົບ​ປະ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງປະ​ເທດ​ເຈົ້າພາບ​ທ່ານ Charles Michel. ​ໃນ​ນັ້ນ ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ດຳ​ເນີນການ​ເຈລະຈາ 2 ຝ່າຍ​ກ່ຽວ​ກັບ​ການຕ້ານ​ກໍ່​ກາ​ນຮ້າຍ​ໃນ​ປີ 2016. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ພາຍຫລັງ​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ Shinzo Abe ຖະ​​ແຫຼ​ງວ່າ: ​ໂຕ​ກຽວ ຈະ​ເພີ່​ມທະວີ​ການ​ຮ່ວມ​ມື​ກັບ ​ແບນ​ຊິ​ກ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ປະຊາຊົນ ​ແລະ ບັນດາ​ບໍລິສັດ​ຂອງ ຍີ່ປຸ່ນ ພວມ​ເຄື່ອນ​ໄຫວ​ຢູ່ ​ແບນ​ຊິ​ກ. ການ​ນຳ 2 ທ່ານ ກໍ່​ແບ່ງປັນ​ທັດສະນະ​ວ່າ: ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ ​ໂດຍ​ອີງ​ໃສ່​ກົດໝາຍ​, ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການນັກ​ຂ່າວຢູ່​ນີ້, ທ່ານ Shinzo Abe ຖະ​ແຫຼ​ງ ວ່າ “ ຍີ່ປຸ່ນ ສາມັກຄີ​ກັບ ​ແບນ​ຊິກ, ບັນດາ​ປະ​ເທດ ​ເອີ​ລົບ​ອື່ນ​ໆ ​ແລະ ສ່ວນ​ຍັງ​ເຫຼືອ​ຂອງ​ໂລກ ​ໃນ​ການ​ຕໍ່ສູ້​ດັບ​ສູນ​ລັດທິ​ກໍ່​ການ​ຮ້າຍ”.




ຂ່າວ/ບົດ​ອື່ນ