ຍີ່ປຸ່ນແລະຈີນເຈລະຈາກ່ຽວກັບບັນຫາທະເລ

 ຍີ່ປຸ່ນແລະຈີນເຈລະຈາກ່ຽວກັບບັນຫາທະເລ - ảnh 1
ການ​ນຳ​ຈີນ ແລະ ຍີ່​ປຸ່ນ ທີ່​ການ​ເຈ​ລະ​ຈາ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ G20
ພາບ:AFP/TTXVN

 (vovworld)-​​ ​​ວັນ​ທີ 14/9, ບັນ​ດ​າ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ຮັບ​ຜິດ​ຊອບ​ບັນ​ຫາ​ທະ​ເລ​ຂອງ​ຍີ່​ປຸ່ນ ແລະ ຈີນ ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​ໃນ​ເວ​ລາ 2 ວັນ ເພື່ອ​ສ​ະ​ກັດ​ກັ້ນ​ໄພ​ອາດ​ຈະ​ເກີດ​ເຫດ​ບັງ​ເອີນ​ຢູ່ ທະ​ເລ ຮ​ວາ​ຕຸງ. ການ​ເຈ​ລະ​ຈາ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ Hiroshima ​ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່​ປຸ່ນ ໃນ​ສ​ະ​ພາບ​ຄວາມ​ເຄັ່ງ​ຕຶງປີນ​ຂັ້ນ​ໄດ​ຢູ່​ອ້ອມ​ແອ້ມ​ໝູ່​ເກາະ Senkaku ​ຊື່ງ ປະ​ຈຸ​ບັນ​ຍີ່​ປຸ່ນ ພວມ​ຄວບ​ຄຸມ ແຕ່​ຈີນ ກໍ່​ຖະ​ແຫລງ​ອະ​ທິ​ປະ​ໄຕ ແລະ ເອີ້ນ​ວ່າ ຕ້ຽວ​ອີ. ຈຸດ​ສຸມ​ໃນ​ການ​ເຈ​ລະ​ຈານັ້ນ​ແມ່ນ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ “ກົນ​ໄກ​ຕິດ​ຕໍ່ພົວ​ພັນ​ບົນ​ທະ​ເລ ແລະ ທາງ​ອາ​ກາດ” ລະ​ຫວ່າງ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ຊາດ​ສອງ​ປະ​ເທດ ເພື່ອ​ສະ​ກັດ​ກັ້ນ​ການ​ຄິດ​ໄລ່​ທີ່​ຜິດ​ພາດ​ອາດ​ຈະ​ພາ​ໄປ​ເຖິງ​ເກີດ​ການ​ປະ​ທະ​ກັນ​ຢູ່​ທະ​ເລ ຮ​ວາ​ຕູງ. ສອງ​ຝ່າຍ​ກໍ​ປຶກ​ສາ​ຫາ​ລື​ຄວາມ​ອາດ​ສາ​ມາດ​ເລີ່ມການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ພ້ອມ​ກັນ​ຂຸດ​ຄົ້​ນ​ອາຍ​ແກ​ສ​ຢູ່​ທະ​ເລ​ຮ​ວາ​ຕູງ​ຄືນ​ໃຫມ່​ ຊື່ງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ນຳ​ກັນ​ເມື່ອ​ປີ 2008 ແຕ່​ຖືກ​ໂຈະ​ໄວ້​ຍ້ອນ​ຄ​ວາມ​ເຄັ່ງ​ຕຶງ​ໃນ​ບັນ​ດາ​ບັນ​ຫາ​ປະ​ຫວັດ​ສາດ ແລະ ຄວາມ​ຂັດ​ແຍ້ງ​ຜືນ​ແຜ່ນ​ດິນ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ