ຍີ່ປຸ່ນແລະອົດສະຕາລີປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດພິເສດ

ຍີ່ປຸ່ນແລະອົດສະຕາລີປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດພິເສດ - ảnh 1
ຍີ່​ປຸ່ນ​ແລະ​ອົດ​ສະ​ຕາ​ລີ​ປັບ​ປຸງ
​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ພິ​ເສດ
(ພາບ: Reuters)


(vovworld) - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົດ​ສະ​ຕາ​ລ​ີ Malcolm Turnbull ຢືນ​ຢືນ​ວ່າ ການ​ພົວ​ພັນ​ລະ​ຫວ່າງຍ​ີ່​ປຸ່ນ - ອົດ​ສະ​ຕາ​ລີ ແມ່ນ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດ​ພິ​ເສດ. ນີ້​ແມ່ນສານ​ທຳ​ອິດ​ໃນ​ຖະ​ແຫຼງ​ການ​ຮ່ວມ ທີ່​ໄ​ດ້​ປະ​ກາດ ພາຍ​ຫຼັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ສິ້ນ​ສຸດ​ການ​ເຈ​ລະ​ຈ​າ​ຢູ່​ນະ​ຄອນ​ຫຼວງ​ ໂຕ​ກຽວ, ປະ​ເທດ​ຍີ່​ປຸ່ນ ໃນ​ວັນ​ທີ 18/12. ທີ່​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເນັ້ນ​ໜັກ​ເ​ຖິງ​ຄວາມ​ສຳ​ຄັ​ນ​ຂອງ​ການ​ປັບ​ປຸງ​ການ​ພົວ​ພັນ​ພິ​ເສດນ​ີ້ ໃນ​ການ​ຮັບ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ອາ​ຊີ - ປາ​ຊີ​ຟິກ ກໍ​ຄື​ໃນ​ໂລກ​…

      ເມື່ອ​ເຕື້ອງ​ເຖິງ​​ການ​ສ້າງສຳ​ພັນ​ທະ​ມິດ​ການ​ທະ​ຫານ​ກັບ​ອາ​ເມ​ລິ​ກາ, 2 ຝ່າຍ​ໄດ້​ຢືນ​ຢັນ​ອີກ​ຄັ້ງ​ໜຶ່ງ​ຄຳ​ໝັ້ນ​ສັນ​ຍາ​ເຂົ້າ​ຮ່ວມ​ສຳ​ພັນ​ທະ​ມິດນີ້, ພ້ອມ​ທັງ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ສຳ​ລັບ​ຍຸດ​ທະ​ສາດ​ສ້າງ​ຄວາມ​ດຸ່ນ​ດ່ຽງ​ຂອງ​ອາ​ເມ​ລິ​ກາ. ກ່ຽວ​​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ ຮ​ວາ​ຕຸງ ແລະ ທະ​ເລ​ຕາ​ເວັນ​ອອກ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ ໄດ້​ຄັດ​ຄ້ານ​ການ​ກະ​ທຳ​ມີ​ລັກ​ສະ​ນະ​ຈັດ​ວາງ ຫຼື ປ່ຽນ​ແປງ​ສະ​ພາບ​ເດີມ​ພຽ​ງ​ລຳ​ພັງ​ຝ່າຍ​ດ່ຽວ ແລະ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຈົ່ງ​ລະ​ງັບ​ໃຈ, ປະ​ຕິ​ບັດ​ບັນ​ດາ​ມາ​ດ​ຕະ​ການ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ເໝາ​ະ​ສົມ​ກັບ​ກົດໝາຍ​ສາ​ກົນ, ລວມ​ທັງ​ຫຼັກ​ການ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢ່າງ​ເສ​ລ​ີ.

ຂ່າວ/ບົດ​ອື່ນ